(ພາບ: Reuters)
(vovworld)- ວັນທີ 5/12, ຢູ່ຮ່າໂນ້ຍ, ຕອບຄຳຖາມກ່ຽວກັບທັດສະນະຂອງຫວຽດນາມ ຕໍ່ຂໍ້ຕົກລົງແຫ່ງປະຫວັດສາດທີ່ ອີຣານ ແລະ ກຸ່ມ P5+1 ຫາກໍ່ບັນລຸໄດ້ ກ່ຽວກັບບັນຫານິວເຄຼຍຂອງອີຣານ, ທ່ານເລຫາຍບິ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ:
“ຫວຽດນາມ ຊົມເຊີຍຂໍ້ຕົກລົງເມື່ອວັນທີ 24/11/2013 ລະຫວ່າງ ອີຣານ ແລະ ກຸ່ມ P5+1, ຖືວ່າ, ນີ້ແມ່ນບາດກ້າວພັດທະນາສຳຄັນ ມຸ້ງໄປເຖິງການແກ້ໄຂບັນຫານິວເຄຼຍຂອງອີຣານ ຜ່ານການໂອ້ລົມສົນທະນາ ແລະ ເຈລະຈາ. ຫວຽດນາມ ຈະພ້ອມກັບປະຊາຄົມໂລກ ມີຄວາມມານະພະຍາຍາມຈົນສຸດຄວາມສາມາດເພື່ອປະກອບສ່ວນເຂົ້າໃນການຜັນຂະຫຍາຍຂໍ້ຕົກລົງດັ່ງກ່າວຢ່າງເຂັ້ມງວດ ແລະ ຄົບຖ້ວນ“.
ຕອບຄຳຖາມກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງຈີນ ສ້າງເຂດປ້ອງກັນອາກາດຢູ່ທະເລຮວາຕຸງ, ທ່ານເລຫາຍບິ່ງ ຊີ້ແຈ້ງວ່າ:
“ທຸກໆການເຄື່ອນໄຫວຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກຕ້ອງໄດ້ຮັບການເຄົາລົບອະທິປະໄຕ ແລະ ສິດອະທິປະໄຕຂອງປະເທດຕ່າງໆທີ່ກ່ຽວຂ້ອງ, ປະຕິບັດກົດໝາຍສາກົນ ແລະ ສອດຄ່ອງກັບເນື້ອໃນຈິດໃຈຂອງຖະແຫຼງການຮ່ວມກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ບໍ່ກໍ່ຄວາມເຄັ່ງຕຶງກໍ່ຄືເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ“./.