ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນສະຫະສະມາຄົມຫໍພິພິດທະພັນແຫ່ງຊາດອາຊີ

ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນສະຫະສະມາຄົມຫໍພິພິດທະພັນແຫ່ງຊາດອາຊີ - ảnh 1
ຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມ
ພາບ:internet


(vovworld)- ກອງ​ປະຊຸມ​ຄັ້ງ​ທີ 4 ສະຫະ​ສະມາຄົມ​ຫໍພິພິດທະພັນ​ແຫ່ງ​ຊາດ ອາຊີ (ANMA4) ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/10 ຢູ່ ຮ່າ​ໂນ້ຍ. ກອງ​ປະຊຸມ​ດັ່ງກ່າວ​ຖືກ​ຈັດ​ຂຶ້ນ​ເພື່ອ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື​ແລກປ່ຽນ​ລະຫວ່າງ​ບັນດາ​ຂົງ​ເຂດ​ຄື: ຖະ​ແຫລ​ງຂ່າວ, ​ແຫ​ລ່ງຊັບພະຍາກອນ​ມະນຸດ, ການວາງສະ​ແດງ. ​ໃນ​ວາລະ​ປະຊຸມ​ຕົ້ນຕໍ, ບັນດາ​ບົດ​ປະກອບ​ຄ​ຳຄິດ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໄດ້​ສຸມ​ໃສ່​ເຂົ້າ 3 ຫົວ​ເລື່ອງ​ຄື: ຫໍພິພິດທະພັນ​ປະກອບສ່ວນ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມໍລະດົກ;​ຫໍພິພິດທະພັນ​ກັບ​ການທ່ອງທ່ຽວ​ມໍລະດົກ ​ແລະ ບົດບາດ​ການ​ສຶກສາ​ຂອງ​ຫໍພິພິດທະພັນ.  ດຣ ຫວູ​ແມ້ງ​ຮ່າ, ຮອງ​ຜູ້ອຳນວຍການ​ຫໍພິພິດທະພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ນັ້ນ​ແມ່ນ: ຫໍພິພິດ​ທະ​ພັນ​ປະກອບສ່ວນ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ມໍລະດົກ​ວັດທະນະທຳ. ການ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ຂອງ​ຜູ້​ຊົມ, ຂອງປະຊາຊົນ ກັບ​ການ​ອະ​ນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ຄ່າ​ມໍລະດົກ​ວັດທະນະທຳ. ທີ​ສອງ ພວກ​ຂ້າພະ​ເຈົ້າ​ສ້າງ ​​ເວັບ​ໄຊ ກອງ​ປະຊຸມ ​ເພື່ອ​ແນະນຳ​ທຸກ​ການ​ເຄື່ອນ​ໄຫວທີ່​ກອງ​ປະຊຸມກໍ​ຄື​ໂຄສະນາ​ບັນດາ​ມໍລະດົກ​ວັດທະນະທຳ​ດີ​ເດັ່ນ ​ແລະ ວາງສະ​ແດງ​ຢູ່​ບັນດາ​ຫໍພິພິດທະພັນ​ປະ​ເທດ​ສະມາຊິກ.”

ຂ່າວ/ບົດ​ອື່ນ