(vovworld) - ດ້ວຍຫົວຂໍ້ວ່າ “ຍົກສູງສະມັດຕະພາບຕິດພັນກັບການພັດທະນາກວມລວມຢູ່ອາຊີຕາເວັນອອກສ່ຽງໃຕ້”, ເວທີປາໄສອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ກ່ຽວກັບເຂດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 3 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 14/06, ຢູ່ຮ່າໂນ້ຍ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນການຊຸກຍູ້ການເຊື່ອມໂຍງ ແລະ ຮັດແຄບຊ່ອງຫວ່າງການພັດທະນາໃນອາຊຽນ ດ້ວຍຄວາມປາດຖະໜາວ່າ, ອາຊຽນ ຈະກ້າວໄປເຖິງປະຊາຄົມພັດທະນາຢ່າງສະໝ່ຳສະເໝີ ແລະ ກົມກຽວ. ທ່ານຮອງລັດຖະມົນຕີ ບຸຍແທງເຊີນ ຖືວ່າ, ບັນດາປະເທດອາຊຽນ ຄວນເອົາໃຈໃສ່ສ້າງວຽກເຮັດງານທຳບັນລຸສະມັດຕະພາບສູງ, ກະກຽມລະບອບລະໂຍບາຍ, ພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດໃຫ້ເປັນຢ່າງດີ ເພື່ອຍາດແຍ່ງກາລະໂອກາດ ແລະ ຜົນປະໂຫຍດຈາກບັນດາພັນທະມິດເສດຖະກິດໃນພາກພື້ນ.
ສ່ວນທ່ານຮອງເລຂາທິການໃຫຍ່ OECD Douglas Frantz ໄດ້ຕີລາຄາສູງເລື່ອງຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງ OECD ແລະ ຖືວ່າ, ນີ້ແມ່ນການພິສູດໃຫ້ເຫັນຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນການເພີ່ມທະວີການຮ່ວມມືລະຫວ່າງອາຊຽນ ແລະ OECD.