ຫວຽດນາມປະກອບສ່ວນອັນໃຫຍ່ຫລວງເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສະມັດຊາໃຫຍ່ສປຊຄັ້ງທີ 66

ຫວຽດນາມປະກອບສ່ວນອັນໃຫຍ່ຫລວງເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສະມັດຊາໃຫຍ່ສປຊຄັ້ງທີ 66 - ảnh 1
ທ່ານ Le Hoai Trung, ​  ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ
ພາບ: internet


 (vovworld) - ​ ​ເຖິງ​ວ່າ​ດຳ​ເນີນ​ໄປ​ໃນ​ໄລຍະ​ຫຍຸ້ງຍາກ ດ້ວຍ​ການ​ປະ​ທະ​ກັນ​ ​ແລະ ສະພາບ​ພື້ນຖານ​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ຊັກ​ຊ້າ​ກໍ​ຕາມ ​ແຕ່​ກອງ​ປະຊຸມ​ຄັ້ງ​ທີ 66 ຂອງ​ສະມັດຊາ​ໃຫຍ່ ສປຊ ​ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ ​ເປັນ​ຕົ້ນ​ແມ່ນ​ບົດບາດ​         ໄກ່​ເກ​ຍປ່ອງ​ດອງ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພັດທະນາ​ສັງຄົມ ​ແລະ ຫວຽດນາມ ​ໄດ້​ມີ​ການ​ປະກອບ​ສ່ວນ​ອັນ​​ໃຫຍ່​ຫລວງ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ Le Hoai Trung, ​ເອກ​ອັກຄະ​ລັດຖະທູດ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ,​ ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ​ຫວຽດນາມ ປະຈຳ ສປຊ ​​​ເນື່ອງ​ໃນ​ໂອກາດອັດ​ກອງ​ປະຊຸມ​ຄັ້ງ​ທີ 66 ​ແລະ ​ໄຂ​ກອງ​ປະຊຸມ​ຄັ້ງທີ 67 ຂອງ​ສະມັດຊາ​​ໃຫຍ່ ສປຊ. ຕາມ​ທ່ານ Le Hoai Trung ​ແລ້ວ, ບັນດາ​ປະ​ເທດ​ສະມາຊິກ​ໄດ້​ຕີ​ລາຄາ​ສູງ​ຂໍ້​ສະ​ເຫ​ນີ​ກ່ຽວກັບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ໄຫມ​ປະຊຸມ​ຜ່ານ​ມາໂດຍ ຫວຽດນາມ ຍົກ​ອອກ​ ​ແລະ ຖື​ວ່າ ຂໍ້​ສະ​ເຫ​ນີດັ່ງກ່າວ​ແມ່ນ​ມີ​ຄວາມ​ໝາຍ​ແທ້​ຈິງ, ສົມ​ເຫດ​ສົມ​ຜົນ ​ແລະ ມີ​ປະສິດທິ​ຜົນ​ຢ່າງ​ຈະ​ແຈ້ງ. ​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 66 ຂອງ​ສະມັດຊາ​ໃຫຍ່ ສປຊ, ຫວຽດນາມ ​ກໍເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ຫລາຍ​ຄະນະ​ກຳມະການ ​ແລະ ອົງການ​ຈັດ​ຕັ້ງ​ອື່ນ, ​ໃນ​ນັ້ນ ມີ​ເວທີ​ປາ​ໄສ​ຂັ້ນ​ສູງ ກ່ຽວ​ກັບ​ການ​ຮ່ວມ​ມື NAM - NAM, ຄະນະ​ກຳມະການ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ອອກ​ຂໍ້​ລິ​ເລີ່​ມ, ຂໍ້​ສະ​ເຫ​ນີ, ຊ່ວຍ​ຍົກ​ສູງ​ລັກສະນະ​ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ຫລາຍ​ຝ່າຍ​ນີ້. ຕາມ​ທ່ານ Le Hoai Trung ​ແລ້ວ, ຜ່ານ​ການ​ປະກອບສ່ວນ​ດັ່ງກ່າວ, ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ​ວ່າ ​ແມ່ນ​ປະ​ເທດ​ສະມາຊິກ​ເປັນ​ເຈົ້າ​ການ, ຕັ້ງຫນ້າ ​ແລະ ​ເຕັມ​ໄປ​ດ້ວຍ​ປະສິດທິ​ຜົນ​ຂອງ ສປຊ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນ.

ຂ່າວ/ບົດ​ອື່ນ