ຫວຽດນາມປາດຖະຫນາຢາກເພີ່ມທະວີການຮ່ວມມືກັບກຳປູເຈຍໃນຫລາຍຂົງເຂດ

ຫວຽດນາມປາດຖະຫນາຢາກເພີ່ມທະວີການຮ່ວມມືກັບກຳປູເຈຍໃນຫລາຍຂົງເຂດ - ảnh 1
ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງຕ້ອນ​ຮັບ
ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Samdech Say Chhum
ພາບ:baochinhphu.vn
(vovworld)- ວັນ​ທີ 16/12, ທີ່​ການ​ພົບ​ປະ​ແລກ​ປ່ຽນ​ຄຳ​ເຫັນ​ກັບ​ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Samdech Say Chhum ພວມ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ​ວ່າ: ຍາມ​ໃດ​ຫວຽດ​ນາມ ກໍ​ຖື​ເປັນ​ສຳ​ຄັນ ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ພ້ອມ​ກັບ ກຳ​ປູ​ເຈຍ ສືບ​ຕໍ່​ນຳ​ການ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຜົນ​ປະ​ໂຫຍດ​ ແລະ ການ​ພັດ​ທະ​ນາ​ລວມ​ຂອງ​ສອງ​ປະ​ເທດ, ສອງ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ.

ສ່ວນ​ທ່ານ ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ Samdech Say Chhum ຢືນ​ຢັນ ການ​ສະ​ຫນັບ​ສະ​ຫນູນ​ຂອງ​ສະ​ພາ​ສູງ ກຳ​ປູ​ເຈຍ ສຳ​ລັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ສອງ​ລັດ​ຖະ​ບານ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ໃຫ້​ຮູ້​ວ່າ: ຍາມ​ໃດ​ກໍ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກັບ​ຫວຽດ​ນາມ ໃນ​ວຽກ​ງານ​ປັກ​ຫລັກ​ໝາຍ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ