ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບສະຫະພາບເອີລົບ

ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບສະຫະພາບເອີລົບ - ảnh 1
​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ​
ຕ້ອນ​ຮັບທ່ານFederica Mogherini
(ພາບ: VGP)

(vovworld) - ​ ຫວຽດ​ນ​າມ​ປາດ​ຖະ​ໜາ​ຢາກ​ຊຸ​ກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຫຼາຍ​ດ້​ານ​ກັບ​ສະ​ຫະ​ພາບ​ເອີ​ລົບ, ນີ້​ແມ່ນຄຳ​ຢືນ​ຢັນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ທີ່​ການ​ຕ້ອນ​ຮັບ​ຜູ້​ຕາງ​ໜ້າ​ຂັ້ນ​ສູງຮັບ​ຜິດ​ຊອບ​​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ​ຂອງ​ອີ​ຢູ (EU) Federica Mogherini ໃນ​ຕອນ​ບ່າຍ​ວັນ​ທີ 14/07, ເນື່ອງ​ໃນ​ໂອ​ກາດ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊີ - ເອີ​ລົບ ຄັ້ງ​ທີ 11 (ASEM 11) ຢູ່ມົງ​ໂກນ ໃນ​ລະ​ຫວ່າງວັນ​ທີ 15 – 16/07. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ສະ​ເໜີ​ໃຫ້ EU ​ເຊັນ ແລະ ໃຫ້ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - EU (EVFTA) ​ໂດຍ​ໄວແລະ ຜັນ​ຂະ​ຫຍາຍ​ສັນ​ຍາ​ແມ່​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຮອບ​ດ້ານ​ຫວຽດນາມ - EU (PCA) ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        ສ່ວນ​ທ່ານ Federica Mogherini ຢືນ​ຢັນ​ວ່າ, EU ສືບ​ຕໍ່​ນະ​ໂຍ​ບາຍ​ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ແລະ ອາ​ຊຽນ.

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ໄດ້​ເຫັນ​ດີິ​ເປັນ​ເອ​ກະ​ພາບ​ນຳ​ກັນ​ຕ້ອ​ງ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ເສ​ລີ, ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂ​ດ​ຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS), ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ, ຄົບ​ຖ້ວນ​ ແລະ ກ້າວ​ໄປ​ເຖິງ​ການ​ສ້າງປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ