ຫວຽດນາມປາດຖະໜາຢາກປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສັນຕິພາບຢູ່ໃນໂລກ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ແລະ ທ່ານນາງ Ameerah Haq, ຮອງເລຂາທິການໃຫຍ່ ສປຊ
(ພາບ: VGP/Hải Minh)
(vovworld) – ຕອນບ່າຍວັນທີ 26/5, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Ameerah Haq, ຮອງເລຂາທິການໃຫຍ່ ສປຊ, ຫົວໜ້າກົມໜູນຊ່ວຍການເຄື່ອນໄຫວຮັກສາສັນຕິພາບໃນພື້ນທີ່ຕົວຈິງ, ເນື່ອງໃນໂອກາດທ່ານນາງ ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມພິທີສ້າງຕັ້ງສູນຮັກສາສັນຕິພາບ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກວ່າເລື່ອງເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ແມ່ນຄຳໝັ້ນສັນຍາເຂັ້ມງວດ ແລະ ຍາວນານຂອງ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສັນຕິພາບໃນໂລກ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ນາຍທະຫານຕິດຕໍ່ພົວພັນຂອງ ຫວຽດນາມ 2 ທ່ານຈະເລີ່ມເຂົ້າຮ່ວມຄະນະປະຕິບັດການງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ນັບແຕ່ເດືອນ 6/2014, ພ້ອມກັນນັ້ນ, ຫວຽດນາມ ກໍ່ຈະສ້າງເອກະສານນິຕິກຳເພື່ອສ້າງກອບກົດໝາຍໃຫ້ແກ່ການເຂົ້າຮ່ວມຂອງ ຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ ໂດຍໄວ. ສ່ວນທ່ານນາງ Ameerah Haq ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມໃນບັນດາບັນຫາທົ່ວໂລກກ່ຽວກັບສັນຕິພາບ, ຄວາມສະຫງົບ, ການຮ່ວມມື ແລະ ພັດທະນາ, ພິເສດແມ່ນໃຫ້ຄຳໝັ້ນສັນຍາຈະເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຢ່າງຕັ້ງໜ້າພ້ອມທັງຢັ້ງຢືນວ່າ ສປຊ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນຂົງເຂດນີ້.
ກ່ອນໜ້ານັ້ນ, ພົນເອກ ຟູ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີການພົບປະກັບທ່ານນາງ Ameerah Haq. ທ່ານລັດຖະມົນຕີ ຟູ່ງກວາງແທງ ປາດຖະໜາວ່າໃນໄລຍະຈະມາເຖິງ, ສປຊ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມບັນດາຂົງເຂດອື່ນໆຄື: ຝຶກອົບຮົມ ແລະ ບຳລຸງສ້າງ, ແບ່ງປັນບົດຮຽນ, ຄວາມຮູ້ກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ.