ຫວຽດນາມປາດຖະໜາຢາກຮັກສາແລະຮ່ວມມືຮອບດ້ານກັບSlovakia

ຫວຽດນາມປາດຖະໜາຢາກຮັກສາແລະຮ່ວມມືຮອບດ້ານກັບSlovakia - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ Slovakia
(ພາບ: VGP/Nhật Bắc)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 11/3, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ Slovakia Tomas Borec ທີ່ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ​ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ​ນຢຸງ ​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີ​ວ່າການກະຊວງ​ຍຸຕິ​ທຳ Slovakia Tomas Borec ​​​ແມ່ນ​ກົງ​ກັບໂອກາດທີ່ 2 ປະ​ເທດພວມສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, ​ເນັ້ນ​ໜັກ​ວ່າ: 2 ປະ​ເທດ​ມີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​, ມິດຕະພາບ​ມາ​ແຕ່​ດົນນານ, ຫວຽດນາມ ບໍ່​ອາດ​ຫຼົງ​ລືມ​​ການ​ສະໜັບສະໜູນການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ Slovakia ທີ່​ໄດ້​ສະຫງວນ​ໃຫ້ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຊຸມ​ປີ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໄດ​້. ຍາມ​ໃດ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ກໍ່​ປາດ​ຖະໜາ​ຢາກ​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າ​ງ 2 ປະ​ເທດ​ໃນ​ທຸກຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ​ສຶກສາ… ບົນ​ເນື້ອ​ໃນ​ຈິດ​ໃຈ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ: ກະຊວງ​ຍຸຕິ​ທຳ ຫວຽດນາມ ​ແລະ ກະຊວງ​ຍຸຕິ​ທຳ Slovakia ​ເພີ່ມ​ທະວີ​ການ​​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບພຶດຕິ​ກຳ​ຕົວ​ຈິງ​ໃນ​ການ​ປັບປຸງ​ລະບົບ​ກົດໝາຍ ​ແລະ ຂັ້ນ​ຕອນ​ປະກາດ​ໃຊ້​ກົດໝາຍ, ​ເພີ່ມ​ທະວີ​ການຮ່ວມ​ມື​ໃນ​ຂົງ​ເຂດສຶກສາ ​ແລະ ບຳລຸງ​ສ້າງ​ກົດໝາຍ, ບົດຮຽນ​​ໃນ​ການນຳ​ໃຊ້​ບົນ​ດາ​ສົນທິສັນຍາ​ຂອງ​ກອງ​ປະຊຸມ ລາ​​ໄຮ ກ່ຽວ​ກັບ​ດ້ານ​ຕຸລາການສາກົນ​ ​ເຊິ່ງທັງ 2 ​ຝ່າຍ​​ເປັນ​ສະມາຊິກ…

    ​ເນື່ອງ​ໃນ​ໂອກາດ​ນີ້, ​ໂດຍ​ຜ່ານ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ ຍຸຕິ​ທຳ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢຸງ ​ໄດ້​ຝາກ​ຄຳ​ເຊີ​ນທ່ານ​ນາຍົກລັດຖະມົນຕີ Slovakia ມາ​ຢ້ຽມຢາມ ຫວຽດນາມ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຢ່າງ​ແຮງ​ກ່ວາ​ອີກ.

    ກ່ອນ​ໜ້າ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ​ ຫວຽດນາມ ຮ່າ​ຮຸ່ງ​ເກື່ອງ ​ແລະ ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ຍຸຕິ​ທຳ Slovakia Tomas Borec ​ໄດ້​ມີ​ການ​ເຈລະຈາ ກ່ຽວ​ກັບ​ບັນດາ​ບັນຫາ​ວິຊາ​ສະ​ເພາະ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີຄວາມ​ສົນ​ໃຈ​ໃນ​ວຽກ​ງານ​ປະຕິບັດ​ກົດໝາຍ. ພາຍຫຼັງ​ການ​ເຈລະຈາ, 2 ຝ່າຍ​ໄດ້​​ເຊັນ​ສັນຍາ​ລາຍການ​ຮ່ວມ​ມື​ປີ 2015 ​ແລະ 2016 ລະຫວ່າງ ກະຊວງ​ຍຸຕິ​ທຳ​ ຫວຽດນາມ ​ແລະ ກະຊວງ​ຍຸຕິ​ທຳ Slovakia.


ຂ່າວ/ບົດ​ອື່ນ