ທ່ານ Phil Hogan ແລະ ທ່ານ ຫງວຽນຊວນຟຸກ
|
(vovworld) - ຕອນບ່າຍວັນທີ 3/11, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Phil Hogan, ຂ້າຫຼວງໃຫຍ່ສະຫະພາບເອີລົບ ຮັບຜິດຊອບກະສິກຳ ແລະ ພັດທະນາຊົນນະບົດ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ເມື່ອຕີລາຄາກ່ຽວກັບໝາກຜົນຂອງການເຮັດວຽກລະຫວ່າງຄະນະປະຕິບັດງານ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ນີ້ແມ່ນໂອກາດເພື່ອໃຫ້ 2 ຝ່າຍແລກປ່ຽນກ່ຽວກັບບັນດາຂົງເຂດຈຳເປັນຕ້ອງມີການຮ່ວມມື, ພິເສດແມ່ນໃນຂົງເຂດກະສິກຳ ແລະ ການຄ້າຍັງມີຄວາມສາມາດບົ່ມຊ້ອນໃຫຍ່ຫຼວງ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ ແລະ ເຊັນສັນຍາການຄ້າເສລີ ຫວຽດນາມ - ອີຢູ ໂດຍໄວ, ຍ້ອນສັນຍານີ້ຈະນຳເອົາຜົນປະໂຫຍດມາໃຫ້ທັງ 2 ຝ່າຍ, ພິເສດແມ່ນວິສາຫະກິດ ຫວຽດນາມ ແລະ ອີຢູ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ອີຢູ ໜູນຊ່ວຍ ຫວຽດນາມ ກ່ຽວກັບດ້ານເຕັກນິກເພື່ອປະຕິບັດສັນຍານີ້. ຫວຽດນາມ ກຽມພ້ອມສ້າງເງື່ອນໄຂເພື່ອໃຫ້ບັນດານັກລົງທຶນ ອີຢູ ລົງທຶນເຂົ້າຂົງເຂດກະສິກຳ, ພ້ອມທັງຊຸກຍູ້ການຮ່ວມມືການຄ້າ 2 ຝ່າຍ. ຊົມເຊີຍຫຼາຍວິສາຫະກິດໃຫຍ່ຂອງ ອີຢູ ເຂົ້າຮ່ວມຄະນະປະຕິບັດງານມາ ຫວຽດນາມ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວັງວ່າ ບັນດາວິສາຫະກິດຊອກຮູ້ກ່ຽວກັບບັນດາຜະລິດຕະພັນຂອງ ຫວຽດນາມ ທີ່ມີທ່າແຮງຄື ສິນໃນນ້ຳ, ໝາກໄມ້, ຜັກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງເພື່ອຍູ້ແຮງການຮ່ວມມືການຄ້າ ແລະ ການລົງທຶນ.
ທ່ານນາຍົກລັດຖະມົນຕີເຫັນດີຕໍ່ທ່ານ Phil Hogan ນຳການຮ່ວມມືລະຫວ່າງລະຫວ່າງ ຫວຽດນາມ ແລະ ອີຢູພັດທະນາອັນດີງາມໃນໄລຍະຈະມາເຖິງ, ພ້ອມທັງເຫັນດີເປັນເອກະສັນກ່ຽວກັບຂໍ້ສະເໜີສ້າງຕັ້ງກຸ່ມປະຕິບັດງານເພື່ອຊຸກຍູ້ຮ່ວມມືດ້ານການຄ້າ ການລົງທຶນລະຫວ່າງ 2 ຝ່າຍ. ຫວຽດນາມ ກໍ່ພວມຍູ້ແຮງການຄຸ້ມຄອງສະບຽງອາຫານປອດສານພິດຢ່າງດີທີ່ສຸດເພື່ອຄ້ຳປະກັນດ້ານສະບຽງອາຫານສົ່ງອອກ.