ຫວຽດ​ນາມ​ປາດ​ຖະ​ໜາ​ຢາກໃຫ້ ອິດ​ສະ​ລາ​ແອ​ັນ ແລະ ປາ​ແລັດ​ສະ​ຕິນ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່​ໂດຍ​ໄວ

(VOVWORLD) -ວັນທີ 18 ພະຈິກ, ທີ່ກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ  ກ່ຽວກັບສະພາບການຢູ່ຕາເວັນອອກກາງ, ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມສະແດງຄວາມຊົມເຊີຍຕໍ່ບັນດາຂໍ້ລິເລີ່ມຮ່ວມມືສາກົນ ປະກອບສ່ວນບັນລຸໄດ້ມາດຕະການທີ່ມີຄວາມສະເໝີພາບ, ຍືນຍົງ ແລະ ຍາວນານໃຫ້ແກ່ວິວັດການສ້າງສັນຕິພາບຢູ່ພາກຕາເວັນອອກກາງ. 
ຫວຽດ​ນາມ​ປາດ​ຖະ​ໜາ​ຢາກໃຫ້ ອິດ​ສະ​ລາ​ແອ​ັນ ແລະ ປາ​ແລັດ​ສະ​ຕິນ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່​ໂດຍ​ໄວ - ảnh 1ກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ  ກ່ຽວກັບສະພາບການຢູ່ຕາເວັນອອກກາງ (ພາບ: baoquocte.vn

ຫວຽດນາມກໍ່ສະແດງຄວາມຊົມເຊີຍຕໍ່ຖະແຫຼງການຫວ່າງແລ້ວນີ້ຂອງ ອຳນາດການປົກຄອງປະແລັດສະຕິນ ກ່ຽວກັບການກຽມພ້ອມກັບຄືນສູ່ການເຈລະຈາກັບ ອິດສະລາແອັນ ບົນພື້ນຖານບັນດາມະຕິຂອງ ສປຊ ແລະ ກົດໝາຍສາກົນ. ກ່ຽວກັບສະພາບການຄວາມໝັ້ນຄົງ, ທ່ານ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບບັນດາເຫດໃຊ້ຄວາມຮຸນແຮງ ເຊິ່ງສືບຕໍ່ເກີດຂຶ້ນຢູ່ຫຼາຍບ່ອນ ແລະ ເລື່ອງ ອິດສະລາແອັນ ຜັນຂະຫຍາຍການສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ໃໝ່, ທຳລາຍເຮືອນຊານ ແລະ ຊັບສິນຂອງຊາວປາແລັດສະຕິນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈຳແດນ ດ້ວຍຈຳນວນນັບມື້ນັບຫຼາຍຂຶ້ນ, ທ່ານກໍ່ຢັ້ງຢືນວ່າ ການກະທຳນີ້ໄດ້ລະເມີດກົດໝາຍສາກົນ ແລະ ເຮັດໃຫ້ແງ່ຫວັງໃນການປະຕິບັດມາດຕະການຂອງສອງປະເທດຫຼຸດໜ້ອຍຖອຍລົງ.

ຕອບກັບ

ຂ່າວ/ບົດ​ອື່ນ