(vovworld) – ຫວຽດນາມໄດ້ມີຄວາມກ້າວໜ້າຫຼາຍຢ່າງໃນການປະຕິບັດບັນດາຈຸດໝາຍສະຫັດສະວັດ, ນັ້ນແມ່ນຄຳຢືນຢັນຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ກ່ອນເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 22 – 25/05, ຕາມຄຳເຊີນຂອງທ່ານປະທານປະເທດ ເຈືອງເຕີນຊາງ. ທ່ານ Ban Ki moon ຊົມເຊີຍຫວຽດນາມ ໄດ້ປະຕິບັດສຳເລັດຈຸດໝາຍພັດທະນາສະຫັດສະວັດ (MDG) ສ່ວນຫຼາຍ, ຕົວຢ່າງຄື: ຫຼຸດຜ່ອນອັດຕາທຸກຍາກ, ອຶດຫິວໄດ້ເຄິ່ງໜຶ່ງ; ປັບປຸງການສຳພັດຂອງປະຊາຊົນກັບນ້ຳ ແລະ ອະນາໄມ; ປະຕິບັດສຳເລັດການສຶກສາຊັ້ນປະຖົມພາກບັງຄັບ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ທ່ານ Ban Ki moon ຖືວ່າ, ພາຍຫຼັງປີ 2015, ຫວຽດນາມ ຮັບປະກັນບັນລຸໄດ້ບັນດາຄວາມກ້າວໜ້າຄ້າຍຄືກັນໃນເຂດຊຸມຊົນ, ນັບທັງປະຊາຄົມບັນດາຊາວເຜົ່າສ່ວນໜ້ອຍ ແລະ ປະຊາຊົນໃກ້ຈະຕົກຢູ່ໃນສະພາບທຸກຍາກ… ທ່ານ Ban Ki moon ເຊື່ອໝັ້ນວ່າ, ພາຍຫຼັງປີ 2015 ຈະເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ຫວຽດນາມ, ຊ່ວຍປະເທດຜ່ານຜ່າບັນດາສິ່ງທ້າທາຍທີ່ຍັງຄົງຂ້າງເພື່ອພັດທະນາຢ່າງໝັ້ນຄົງ. ທ່ານ Ban Ki moon ກໍ່ສະແດງຄວາມເຄົາລົບຕໍ່ການປະກອບສ່ວນຂອງຫວຽດນາມ ໃຫ້ກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.