ຫວຽດນາມ-ມາເລເຊຍ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ ການພົວພັນ ທາງການທູດ
ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮົ່ງທາວ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ2ລະຫວ່າງ 2 ປະເທດ (ພາບ : internet)
|
Vovworld- ຕອນຄ່ຳວັນທີ 29/3 ຢູ່ກົວລາລຳເປີ ປະເທດມາເລເຊຍ, ກະຊວງການຕ່າງປະເທດຂອງປະເທດນີ້ໄດ້ສົມທົບກັບສະຖານທູດຫວຽດນາມປະຈຳມາເລເຊຍ ຈັດພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ມາເລເຊຍ( 30/3/1973-30/3/2013) . ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດມາເລເຊຍ A.Kohilan Pillay ເນັ້ນໜັກວ່າ ການພົວພັນຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ-ມາເລເຊຍ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ. ປະຈຸບັນ , 2 ປະເທດລ້ວນແຕ່ເປັນສະມາຊິກຂອງອາຊຽນ ແລະ ເປັນຄູ່ຮ່ວມມືເສດຖະກິດລາຍໃຫຍ່ຂອງກັນ. ທ່ານຮອງລັດຖະມົນຕີການຕ່າງປະເທດມາເລເຊຍ A.Kohilan Pillay ເນັ້ນໜັກ ເຖິງຄວາມຈຳເປັນສືບຕໍ່ແລກປ່ຽນບັນດາການຢ້ຽມຢາມລະຫວ່າງການນຳ, ເຈົ້າໜ້າທີ່ລັດຖະບານ ກໍຄືພົນລະເມືອງຂອງ 2 ປະເທດ ແນໃສ່ເພີ່ມທະວີສາຍພົວພັນຮ່ວມມື, ການສົມທົບກັນ ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ແລະ ເໜືອກ່ວາສິ່ງໃດໝົດ ແມ່ນການພົວພັນມິດຕະພາບຢ່າງຮອບດ້ານ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢ້ງ ແລະ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ສົ່ງໂທລະເລກອວຍພອນເຖິງກະສັດ, ນາຍົກລັດຖະມົນຕີ ແລະ ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາຢ່າງໝັນຄົງກ່ວາອີກໃນໄລຍະທີ່ຈະມາເຖິງ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.