ຫວຽດນາມຢັ້ງຢືນມີກໍລະນີຕິດເຊື້ອ ໂຄວິດ-19 ຕື່ມອີກ 1 ຄົນມາຈາກຝະລັ່ງ, ແລະ ອີກ14 ຄົນຮັບການປ່ິນປົວຫາຍດີ

(VOVWORLD) -ແຕ່ເວລາ 18 ໂມງຂອງວັນທີ 5ມັງກອນ ຫາ 18 ໂມງຂອງວັນທີ 6 ມັງກອນ, ຫວຽດນາມຢັ້ງຢືນມີກໍລະນີຕິດເຊື້ອ ໂຄວິດ-19 ຕື່ມອີກ 1 ຄົນທີ່ມາຈາກຝະລັ່ງ ແລະໄດ້ຖືກແຍກຕົວຢູ່ແຂວງບີງເຢືອງ
ຫວຽດນາມຢັ້ງຢືນມີກໍລະນີຕິດເຊື້ອ ໂຄວິດ-19 ຕື່ມອີກ 1 ຄົນມາຈາກຝະລັ່ງ, ແລະ ອີກ14 ຄົນຮັບການປ່ິນປົວຫາຍດີ - ảnh 1ບັນດາກໍລະນີຕິດເຊື້ອ ໂຄວິດ-19 ໄດ້ຮັບການແຍກຕົວໃນທັນທີ່

    ກໍລະນີຕິດເຊື້ອ ໂຄວິດ-19 ດັ່ງກ່າວແມ່ນຄົນເຈັບຍິງທີ 1505 ມາຈາກຝະລັ່ງ ແລະ ໄດ້ຮັບການແຍກຕົວໃນທັນທີ່. ເປັນອັນວ່າ ຫວຽດນາມ ມີກໍລະນີຕິດເຊື້ອ ໂຄວິດ-19 ທັງໝົດ 1.505 ຄົນ. ວັນທີ 6 ມັງກອນ, ແມ່ນມື້ທີ 36 ຢ່າງລຽນຕິດຫວຽດນາມບໍ່ມີກໍລະນີຕິດເຊື້ອ ໂຄວິດ-19 ໃນຊຸມຊົນ.

    ມາຮອດປະຈຸບັນ, ຫວຽດນາມໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 1.353 ຄົນຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ

ຕອບກັບ

ຂ່າວ/ບົດ​ອື່ນ