ຫວຽດນາມຢືນອັນດັບທີ2ກ່ຽວກັບຈຳນວນນັກສຶກສາຮ່ຳຮຽນຢູ່ສ.ເກົາຫຼີ

ຫວຽດນາມຢືນອັນດັບທີ2ກ່ຽວກັບຈຳນວນນັກສຶກສາຮ່ຳຮຽນຢູ່ສ.ເກົາຫຼີ - ảnh 1
ຫວຽດນາມຢືນອັນດັບທີ2ກ່ຽວກັບຈຳນວນນັກສຶກສາຮ່ຳຮຽນຢູ່ສ.ເກົາຫຼີ
(ພາບ​ປະ​ກອບ: duhochanquoc)

(vovworld) - ​ຕົວ​ເລກ​ສະ​ຖິ​ຕິ​​ລ້າ​ສຸດ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ສ.ເກົາ​ຫຼີ ໂດຍ​ໃຫ້​ຮູ້​ວ່າ, ​ໄລ່​ຮອດ​ທ້າຍ​ເດືອນ 02 ຜ່ານ​ມາ, ​ໃນຈຳ​ນວນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ພວມ​ຮ່ຳ​ຮຽນຢູ່​ສ.ເກົາ​ຫຼີ ກວ່າ 100.000 ຄົນນັ້ນ ​ມີ​ນັກ​ສຶກ​ສາ​ຫວຽດ​ນາມ ກວ່າ 8.000 ຄົນ, ກວມ​ເອົາ 7,8%. ຖັດ​ຈາກ​ຫວຽດ​ນາມ ແມ່ນ​ບັນ​ດາ​ນັ​ກ​ສຶກ​ສາ​ຂອງ​ປະ​ເທດ ມົງໂກ​ນ, ຍີ່​ປຸ່ນ, ອູ​ຊະ​ເບ​ກິດ​ສະ​ຖານ ແລະ ອິນ​ໂດ​ເນ​ເຊຍ. ຈຳ​ນວນ​ນັ​ກ​ສຶກ​ສາ​ຕ່າງ​ປະ​ເທດ​​ທີ່​ພວມຮ່ຳ​ຮຽນ​ຢູ່​ສ.ເກົາ​ຫຼີ ເ​ລີ່ມ​ເພີ່​ມ​ຂຶ້ນ​ຢ່າງ​ແຮງນັບ​ແຕ່​ປີ 2015. ສາຍເຫດແມ່ນ​ຍ້ອນ​​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່​ປະ​ເທດນີ້​ໄດ້​ຜັ​ນ​ຂະ​ຫຍາຍ​ຫຼາຍ​ນະ​ໂຍ​ບາຍ​ເພື່ອ​ດຶງ​ດູດນັກ​ສຶກ​ສາ​ຕ່າງ​ປະ​ເທດ.

ຂ່າວ/ບົດ​ອື່ນ