ຫວຽດ​ນາມ​ຢາກ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ການ​ພັດ​ທະ​ນາ​ລະ​ບົບ​ການ​ສະ​ໜອງ, ອຸດ​ສາ​ຫະ​ກຳ​ສຳ​ຮອງ

(VOVWORLD) -ຫວຽດນາມຢາກຮ່ວມມືກັບບັນດາປະເທດໃນການພັດທະນາລະບົບການສະໜອງ, ອຸດສາຫະກຳສຳຮອງນີ້ແມ່ນຄຳຢັ້ງຢືນຂອງທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ທີ່ການຕ້ອນຮັບທ່ານ Nate Easter ຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Techonic Industries (TTI) ໃນວັນທີ 23 ມິຖຸນາ, ຢູ່ສຳນັກງານລັດຖະບານ.
ຫວຽດ​ນາມ​ຢາກ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ການ​ພັດ​ທະ​ນາ​ລະ​ບົບ​ການ​ສະ​ໜອງ, ອຸດ​ສາ​ຫະ​ກຳ​ສຳ​ຮອງ - ảnh 1ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Nate Easter ຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Techonic Industries (TTI) (ພາບ: TTXVN)

TTI ແມ່ນໜຶ່ງໃນບັນດາກຸ່ມບໍລິສັດຜະລິດອຸດສາຫະກຳແຖວໜ້າຂອງລະບົບການສະໜອງ ຂອງໂລກກ່ຽວກັບບັນດາຜະລິດຕະພັນອຸປະກອນໄຟຟ້າ ແລະ ເຄື່ອງໃຊ້ ໃນຄອບຄົວ. ທ່ານ Nate Easter ມີຄວາມປາດຖະໜາຢາກໃຫ້ລັດຖະບານຫວຽດນາມໜູນຊ່ວຍກຸ່ມບໍລິສັດໃນການຍອມຮັບ, ສົ່ງເສີມການລົງທຶນຢູ່ເຂດເຕັກໂນໂລຢີສູງຢູ່ ນະຄອນໂຮ່ຈີມິນ, ມີນະໂຍບາຍບຸລິມະສິດ, ໜູນຊ່ວຍການສະໜອງເພື່ອຊຸກຍູ້ວິວັດການຫັນລະບົບການສະໜອງທົ່ວໂລກເປັນຂອງພາຍໃນປະເທດ.

ສ່ວນທ່ານ ເຈືອງຮ່ວາບິ່ງ ໄດ້ຢັ້ງຢືນວ່າ ລັດຖະບານຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງຕ່າງປະເທດທີ່ມາລົງທຶນຢູ່ຫວຽດນາມ. ລັດຖະບານໄດ້ສະໜັບສະໜູນໂຄງການຂອງ TTI, ພ້ອມທັງມີຄວາມປາດຖະໜາວ່າ TTI ຈະຕັ້ງໜ້າສົມທົບ, ໜູນຊ່ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ໃນການສົ່ງເສີມ, ດຶງດູດການລົງທຶນການຄ້າ ເພື່ອໃຫ້ນັບມື້ນັບມີວິສາຫະກິດສຳຮອງ, ສະໜອງການຜະລິດຫຼາຍແຫ່ງມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ