ຫວຽດນາມ,ລາວ,ກຳປູເຈຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ
ຫວຽດນາມ,ລາວ,ກຳປູເຈຍເພີ່ມທະວີການຮ່ວມມື
ດ້ານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ
(ພາບ: qdnd.vn)
(vovworld) - ກອງປະຊຸມກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສະພາແຫ່ງຊາດຂອງ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 21/09 ຢູ່ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ. ກອງປະຊຸມໄດ້ພັດປ່ຽນກັນຈັດຕັ້ງປະຈຳປີຢູ່ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ. ທີ່ກອງປະຊຸມປີນີ້, ບັນດາຝ່າຍພ້ອມກັນແລກປ່ຽນບົດຮຽນໃນການຮ່ວມມື, ຊຸກຍູ້ລັດຖະບານແຕ່ລະປະເທດໃນການປະຕິບັດບັນດາຂໍ້ຕົກລົງສ້າງເຂດ 3 ຫຼ່ຽມພັດທະນາ ຫວຽດນາມ, ລາວ, ກຳປູເຈຍ. ບັນດາອົງການມີໜ້າທີ່ໄດ້ສົມທົບກັນຍູ້ແຮງການໂຄສະນາ, ຂົນຂວາຍພົນລະເມືອງໃນເຂດກ່ຽວກັບການປົກປັກຮັກສາອະທິປະໄຕ, ຄວາມສະຫງົບເຂດຊາຍແດນ. ປະຊາຊົນມີສະຕິລະວັງຕົວ ແລະ ແຈ້ງໃຫ້ບັນດາອົງການມີໜ້າທີ່ 3 ປະເທດຊາບກ່ຽວກັບອົນອຸບາຍກໍ່ຄວາມແບ່ງແຍກ, ເສັກສັ້ນປັ້ນແຕ່ງ, ສະກັດກັ້ນຢ່າງທັນກາງ, ເຮັດໃຫ້ກົນອຸບາຍຫວັງມ້າງເພ, ທຳລາຍຂອງບັນດາກຳລັງປໍລະປັກຖືກປະລາໄຊ.