ຫວຽດນາມ-ລາວຍູ້ແຮງການຮ່ວມມືໃນຂົງເຂດສາທາລະນະສຸກ
(ຄະນະຜູ້ແທນໂຮງໝໍ E ເຮັດວຽກກັບໂຮງໝໍ
ມະໂຫສົດ ນະຄອນຫລວງ ວຽງຈັນ ລາວ)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ໃນລະຫວ່າງວັນທີ 23 – 26/9, ວັນທີ 25/9 ຄະນະຜູ້ແທນໂຮງໝໍ E ມີການເຮັດວຽກກັບໂຮງໝໍມະໂຫສົດ ນະຄອນຫລວງ ວຽງຈັນ ລາວ. ເພື່ອແນໃສ່ແລກປ່ຽນບົດຮຽນໃນການເຄື່ອນໄຫວວີຊາສະເພາະລະຫວ່າງ 2 ໂຮງໝໍ ແລະ ປຶກສາຫາລືທິດທາງການຮ່ວມມືໃນໄລຍະຈະມາເຖິງ. 2 ຝ່າຍແລກປ່ຽນກ່ຽວກັບບາງບົດຮຽນການເຄື່ອນໄຫວວິຊາສະເພາະ. ພິເສດ, ຝ່າຍໂຮງໝໍ E ຈະຜັນຂະຫຍາຍກວດ ປິ່ນປົວພະຍາດຫົວໃຈໃຫ້ຄົນເຈັບ ລາວ, ບຳລຸງສ້າງພະນັກງານການແພດ ລາວ ກ່ຽວກັບການຜ່າຕັດຫົວໃຈ ແລະ ບັນດາຂະແໜງອື່ນໆ. ຜູ້ຕາງໜ້າຝ່າຍໂຮງໝໍ ລາວ ໃຫ້ຮູ້ວ່າ: 2 ຝ່າຍຈະສ້າງແຜນການຮ່ວມມືຢ່າງລະອຽດ, ກ່ອນອື່ນໝົດຈະສຸມໃສ່ເຂົ້າໃນສະເພາະຂະແໜງຫົວໃຈການຮ່ວມມືນີ້ ຈະປະກອບສ່ວນປັງປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີຢູ່ແລ້ວລະຫວ່າງ 2 ປະເທດ.