ຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນຂົງເຂດການກວດກາ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ ບຸນປອນ ສັງສົມສັກ, ຮອງຫົວໜ້າອົງການກວດກາລັດຖະບານລາວ |
(vovworld) –ຕອນບ່າຍຂອງວັນທີ 15/6,, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການກວດກາລັດຖະບານລາວໂດຍທ່ານ ບຸນປອນ ສັງສົມສັກ, ຮອງຫົວໜ້າອົງການກວດກາລັດຖະບານລາວ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານຫວຽດນາມ ຖືເປັນສຳຄັນວຽກງານກວດກາ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ແລະ ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ. ລັດຖະບານຫວຽດນາມ ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ 2 ປະເທດເພີ່ມທະວີການຮ່ວມມືດ້ານການກວດກາ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ແລະ ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ. ລັດຖະບານຫວຽດນາມ ພ້ອມແລ້ວສ້າງເງື່ອນໄຂເພື່ອໃຫ້ ອົງການກວດກາລັດຖະບານຫວຽດນາມ ຮັບ ແລະ ບຳລຸງສ້າງໃຫ້ພະນັກງານ ອົງການກວດກາລັດຖະບານລາວຕາມຄວາມຕ້ອງການ.
ກ່ອນໜ້ານັນ, ໃນຕອນເຊົາວັນທີ 15/6, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນອົງການກວດກາລັດຖະບານ ຫວຽດນາມ ໂດຍທ່ານ ເລຕ໋ຽນຮ່າວ, ຮອງຫົວໜ້າອົງການກວດກາລັດຖະບານ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງອົງການກວດກາລັດຖະບານ ລາວ ໂດຍທ່ານ ບຸນປອນ ສັງສົມສັກ, ຮອງຫົວໜ້າອົງການກວດກາລັດຖະບານລາວ ເປັນຫົວໜ້າຄະນະ. ທີ່ການເຈລະຈາ, 2 ຝ່າຍ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາ ກໍຄືການເຄື່ອນໄຫວດ້ານການກວດກາຂອງແຕ່ລະປະເທດ ແລະ ເຫັນດີເປັນເອກະສັນນຳກັນວ່າ: ໃນໄລຍະຈະມາເຖິງຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ ເພື່ອຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ, ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ເອກະສານ ກ່ຽວກັບວຽກງານວິຊາສະເພາະ ແລະ ວິຊາຊີບ, ພິເສດແມ່ນໃນຂົງເຂດແຈ້ງສັບສົມບັດ, ລາຍຮັບສ່ວນຕົວ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.
ທ່ານ ເລຕ໋ຽນຮ່າວ, ຮອງຫົວໜ້າອົງການກວດກາລັດຖະບານ ຫວຽດນາມ ເນັ້ນໜັກວ່າ: ການເຈລະຈາຄັ້ງນີ້ເຮັດໃຫ້ການພົວພັນ ລະຫວ່າງອົງການກວດກາ ຫວຽດນາມ ແລະ ລາວ ຍິ່ງເລິກເຊິ່ງຂຶ້ນເຕື່ມ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື ລະຫວ່າງ 2 ປະເທດ ຫວຽດນາມ-ລາວ ສອດຄ່ອງກັບແຜນນະໂຍບາຍເພີ່ມທະວີ, ເປີດກ້ວາງການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ 2 ປະເທດ ເຊິ່ງການນຳຂັ້ນສູງ 2 ປະເທດ ໄດ້ກຳນົດໄວ້.