ຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນຂົງເຂດແຮງງານແລະສັງຄົມ
(ທ່ານນາງ ຟ້າມທິຫາຍຈ່ວຽນ ແລະ ທ່ານນາງ ອ່ອນຈັນ ທຳມະວົງ)
(vovworld) - ຕອນບ່າຍວັນທີ 7/4, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໄດ້ດຳເນີນກອງປະຊຸມລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມຫວຽດນາມ-ລາວ ຄັ້ງທີ 4. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ອ່ອນຈັນ ທຳມະວົງ, ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ, ຢືນຢັນວ່າ: ກອງປະຊຸມແມ່ນໂອກາດເພື່ອໃຫ້ 2 ຝ່າຍແລກປ່ຽນຢ່າງລະອຽດ ແລະ ວາງທິດທາງໃຫ້ໄລຍະຈະມາເຖິງ ເພື່ອແນໃສ່ຍູ້ແຮງການຮ່ວມມືກ່ຽວກັບແຮງງານ ແລະ ສັງຄົມຢ່າງມີປະສິດທິຜົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ-ສັງຄົມຫວຽດນາມ ຟ້າມທິຫາຍຈ່ວຽນ ຢືນຢັນວ່າ: ການພົວພັນຮ່ວມມືລະຫວ່າງ 2 ກະຊວງນັບມື້ນັບພັດທະນາກ່ວາ ກ່ຽວກັບຂອບຂະໜາດ, ຄຸນນະພາບ, ດ້ວຍ ຫຼາຍຮູບ, ຫຼາຍແບບ ແລະ ອຸດົມສົມບູນໃນການຮ່ວມມືທຸກຂັ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດເປັນຢ່າງດີ. ບົນພື້ນຖານບັນດາຄຳເຫັນປະກອບຂອງຜູ້ແທນ, ທ່ານນາງລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຟ້າມທິຫາຍຈ່ວຽນ ແລະ ທ່ານນາງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ອ່ອນຈັນ ທຳມະວົງ ໄດ້ເຫັນດີຜັນຂະຫຍາຍການປະຕິບັດສັນຍາຮ່ວມມືແຮງງານ ລະຫວ່າງ 2 ລັດຖະບານ ຫວຽດນາມ-ລາວ ຢ່າງມີປະສິດທິຜົນ, ຊຸກຍູ້ໂຄງການຮ່ວມມື ກ່ຽວກັບແຮງງານ, ສະຫວັດດີການສັງຄົມ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ລະຫວ່າງ 2 ປະເທດ, ສົ່ງເສີມບັນດາທ້ອງຖິ່ນ ແລະ ອົງການທີ່ກ່ຽວຂ້ອງຂອງ 2 ປະເທດ, ແຮກສ່ຽວ ແລະ ເປີດກ້ວາງການຮ່ວມມືໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ… 2 ຝ່າຍເຫັນດີເປັນເອກະສັນນຳກັນວ່າ: ກອງປະຊຸມຄັ້ງທີ 5 ຈະຈັດຕັ້ງຢູ່ ຫວຽດນາມ ໃນປີ 2017.
ມີ້ບີ່ງ, ນັກຂ່າວ VOV ປະຈຳລາວ