ຫວຽດນາມສົ່ງຈົດໝາຍທາງການເຖິງສະຫະພາບເອີລົບເພື່ອແຈ້ງໃຫ້ຊາບຂໍ້ຕົກລົງຂອງສະພາແຫ່ງຊາດຫວຽດນາມໃຫ້ສັດຕະຍາບັນສັນຍາ EVFTA ແລະ EVIPA

(VOVWORLD) -ເລື່ອງສອງຝ່າຍຮັບຮອງເອົາສັນຍາ ສອງສະບັບດັ່ງກ່າວແມ່ນຂີດໝາຍປະຫວັດສາດ, ສ້າງບັນດາຂອບເຂດສຳຄັນແລະຊຸກຍູ້ການພົວພັນດ້ານການຄ້າ ການລົງທຶນ ແລະການພົວພັນຫລາຍດ້ານລະຫວ່າງຫວຽດນາມແລະ ອີຢູ

ວັນທີ 18 ມິຖຸນາ ກະຊວງການຕ່າງປະເທດຫວຽດນາມ   ສົມທົບກັບກະຊວງອຸດສາຫະກຳການຄ້າ,ກະຊວງແຜນການ ແລະການລົງທຶນ ແລະກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຈັດພິທີມອບສົ່ງບັນດາຈົດໝາຍທາງການເພື່ອແຈ້ງເລື່ອງຫວຽດນາມ ໃຫ້ສັດຕະຍາບັນສັນຍາການຄ້າເສລີ EVFTA ແລະ EVIPA ໃຫ້ແກ່ຄະນະຜູ້ຕາງຫນ້າ ສະຫະພາບເອີລົບ ຢູ່ ຮ່າໂນ້ຍ.

ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ເນັ້ນຫນັກວ່າ ເລື່ອງລັດຖະສະພາແຫ່ງຊາດ ເອີລົບ ຮັບຮອງເອົາສັນຍາສອງສະບັບດັ່ງກ່າວ ແລະເລື່ອງສະພາແຫ່ງຊາດຫວຽດນາມໃຫ້ສັດຕະຍາບັນສັນຍາ EVFTA ແລະ EVIPA ເປັນການຢັ້ງຢືນຄວາມປາດຖະຫນາ, ຜົນປະໂຫຍດ ແລະຄວາມຕັດສິນໃຈຂອງສອງຝ່າຍ ຢາກສືບຕໍ່ຍົກລະດັບການພົວພັນຮ່ວມມື ແລະຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອີຢູ ໃຫ້ຂຶ້ນສູ່ລະດັບສູງໃຫມ່ ແລະເລິກເຊິ່ງກວ້າງຂວາງກວ່າ. ທ່ານ Giorgio Aliberti ເອກອັກຄະລັດຖະທູດ ອີຢູ ຢືນຢັນວ່າ ເລື່ອງສອງຝ່າຍຮັບຮອງເອົາສັນຍາ ສອງສະບັບດັ່ງກ່າວແມ່ນຂີດໝາຍປະຫວັດສາດ, ສ້າງບັນດາຂອບເຂດສຳຄັນແລະຊຸກຍູ້ການພົວພັນດ້ານການຄ້າ ການລົງທຶນ ແລະການພົວພັນຫລາຍດ້ານລະຫວ່າງຫວຽດນາມແລະ ອີຢູ. ຝ່າຍ ອີຢູ ຢືນຢັນ ຈະສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບຫວຽດນາມ ປະຕິບັດສັນຍາ EVFTA ໃຫ້ມີປະສິດທິຜົນ ແລະ ຊຸກຍູ້ບັນດາປະເທດສະມາຊິກໃຫ້ສັດຕະຍາບັນສັນຍາ EVIPA ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ