ເຈລະຈາຍຸດທະສາດການປ້ອງກັນຊາດ ຂັ້ນລັດຖະມົນຕີຊ່ວຍ
ລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ຄັ້ງທີ 2
(ພາບອິນເຕີແນັດ)
(vovworld)- ວັນທີ 21 ມີນາ, ທີ່ນະຄອນຫຼວງ Moscow, ສະຫະພັນລັດເຊຍ, ໄດ້ດຳເນີນການ “ເຈລະຈາຍຸດທະສາດການປ້ອງກັນຊາດ ຂັ້ນລັດຖະມົນຕີຊ່ວຍ ລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ຄັ້ງທີ 2”. ຄະນະຜູ້ແທນກອງທັບຂັ້ນສູງຫວຽດນາມ ໂດຍ ທ່ານ ພົນໂທ ຫງວຽນຈີວິງ , ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ, ເປັນຫົວໜ້າຄະນະ. ນະທີ່ນີ້, ສອງຝ່າຍແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການສາກົນ, ພາກພື້ນ ແລະ ຮ່ວມກັນແລກປ່ຽນ, ຕີລາຄາກ່ຽວກັບບັນດາການຜັນແປທີ່ສັບສົນໃໝ່ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ , ພິເສດແມ່ນບັນດາການຜັນແປທີ່ເຄັ່ງຕຶງເຄັ່ງຕຶງ ໄລຍະມໍ່ໆມານີ້ ຢູ່ທະເລຕາເວັນອອກ. ກ່ຽວກັບການພົວພັນຮ່ວມມື, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ, ໃນນັ້ນ, ມີການຮ່ວມມືດ້ານປ້ອງກັນຊາດ, ສອງຝ່າຍ ຢັ້ງຢືນວ່າບົດບາດສຳຄັນ ຂອງການປະຕິບັດ ບັນດາການເຈລະຈາຍຸດທະສາດການປ້ອງກັນຊາດ ໃນການສ້າງຄວາມໄວ້ເນື້ອເຊື່ອໃຈ. ພ້ອມທັງ ເຫັນດີເປັນເອກະພາບ ບັນດາການເຄື່ອນໄຫວຕໍ່ໄປ ໃນການພົວພັນ ດ້ານການປ້ອງກັນຊາດ, ເຕັກນິກການທະຫານ. ທ່ານ Antonov ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດລັດເຊຍ, ຫົວໜ້າຄະນະ ກອງທັບສະຫະພັນຣັດເຊຍ, ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າ ຖືເປັນສຳຄັນການພົບປະ ລະຫວ່າງ ພະນັກງານກອງທັບຫວຽດນາມ ແລະ ຣັດເຊຍມື້ນີ້ທີ່ສຸດ. ການພົບປະ ລະຫວ່າງ ຜູ້ຕາງໜ້າກະຊວງປ້ອງກັນຊາດ ຂອງສອງປະເທດ ແມ່ນພາກສ່ວນໜຶ່ງ ທີ່ສຳຄັນທີ່ສຸດ ໃນບັນດາການເຄື່ອນໄຫວເຈລະຈາ ເພື່ອແນໃສ່ພັດທະນາການພົວພັນຮ່ວມມື, ຄູ່ຮ່ວມມື ລະຫວ່າງ ສອງປະເທດ. ພວກຂ້າພະເຈົ້າ ຖືຫວຽດນາມເປັນຄູ່ຮ່ວມມືຍຸດທະສາດ, ມີທີ່ຕັ້ງສຳຄັນ ເປັນຂົວເຊື່ອມຕໍ່ການພົວພັນ ລະຫວ່າງ ຣັດເຊຍ ແລະ ASEAN ເຊິ່ງປີນີ້ ພວກເຮົາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ຄົບຮອບ 20 ປີເຕັມ. ນີ້ບໍ່ພຽງແຕ່ເປັນຄຳເວົ້າເທົ່ານັ້ນ ຫາກບັນດາວຽກງານຂອງຕົນ, ໄດ້ພິສູດໃຫ້ທົ່ວໂລກຮັບຮູ້ ກ່ຽວກັບນ້ຳໃຈມິດຕະພາບ, ການຮ່ວມມື ບົນພື້ນຖານຮັກຫອມສັນຕິພາບ, ຜ່ານຜ່າສິ່ງ້ທາທາຍທຸກຢ່າງ ດ້ວຍຄວາມມານະພະຍາຍາມ ຂອງພວກເຮົາເອງ.
ໃນວັນດຽວກັນ, ທ່ານ ຫງວຽນຈີວິງ , ລັດຖະມົນຕີຊ່ວຍວ່າການກະຊວງ ປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ໂອ້ລົມ ກັບພະນັກງານ, ພະລາກອນ ສະຖານທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ.