ຫວຽດ​ນາມ-ສະ​ຫະ​ພັນ​ລັດ​ເຊຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ

(VOVWORLD) -  ຕອນບ່າຍວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນການໂອ້ລົມສົນທະນາລະຫວ່າງວິສາຫະກິດຫວຽດນາມ - ລັດເຊຍ ກັບທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ແລະ ທ່ານຮອງນາຍົກລັດຖະມົນຕີລັດເຊຍ Maxim Akimov.
ຫວຽດ​ນາມ-ສະ​ຫະ​ພັນ​ລັດ​ເຊຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ảnh 1ຫວຽດນາມ-ສະຫະພັນລັດເຊຍເພີ່ມທະວີການຮ່ວມມືດ້ານເສດຖະກິດ (ພາບ: VGP) 

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢືນຢັນວ່າ, ສະຫະພັນລັດເຊຍ ແມ່ນປະເທດມີຄວາມສາມາດບົ່ມຊ້ອນທາງດ້ານເສດຖະກິດ, ການເງິນ ແລະ ເຕັກໂນໂລຊີໃຫຍ່. ໃນຂະນະນັ້ນ, ຫວຽດນາມ ມີບັນດາທ່າແຮງກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ທີ່ຕັ້ງພູມສາດມີຄວາມສະດວກ ແລະ ແມ່ນປະເທດມີສະພາບການເມືອງ - ເສດຖະກິດ - ສັງຄົມມີສະຖຽນລະພາບ… ເພາະສະນັ້ນ,  ຖ້າຫາກ 2 ປະເທດມີການສົມທົບກັນຢ່າງແໜ້ນແຟ້ນຈະສ້າງຜົນປະໂຫຍດຢ່າງໃຫຍ່ຫຼວງເພື່ອ ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍໃຫ້ຫຼາຍກ່ວາເກົ່າ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ເນັ້ນໜັກວ່າ.

        “ພວກເຮົາຄວນປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມຢ່າງເດັດດ່ຽວ ເພື່ອນຳມາເຊິ່ງບັນດາຜົນງານໃໝ່ໃນການພົວພັນລະຫວ່າງ 2 ປະເທດ, ພ້ອມກັນນັ້ນປະຊາຊົນ 2 ປະເທດກໍ່ຕ້ອງຕັ້ງໜ້າ, ເປັນເຈົ້າການກວ່າເພື່ອນຳໃຊ້ບັນດາກາລະໂອກາດສ້າງບັນດາບາດກ້າວບຸກທະລຸໃໝ່ລະຫວ່າງ 2 ປະເທດ. ທີ່ເວທີປາໄສຄັ້ງນີ້, ຂ້າພະເຈົ້າຢືນຢັນວ່າ, ຍາມໃດລັດຖະບານຫວຽດນາມ ກໍ່ແມ່ນຄູ່ຮ່ວມມື ແລະ ສະໜັບສະໜູນ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດລັດເຊຍ ເປີດກວ້າງການຮ່ວມມື, ລົງທຶນດຳເນີນທຸລະກິດຢູ່ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ