ງານມິດຕິງສະເຫລີມສະຫລອງວັນກາແດງ-ກາຊິກວົງເດືອນແດງສາກົນ
ພາບ:internet
|
(vovworld) - ຕອນເຊົ້າວັນທີ 5/5 ຢູ່ ຮ່າໂນ້ຍ, ສູນກາງສະພາກາແດງຫວຽດນາມ ໄດ້ຈັດຕັ້ງພິທີສະເຫລີມສະຫລອງວັນກາແດງ-ກາຊິກວົງເດືອນແດງສາກົນຄືວັນທີ 8/5 ແລະ ສະເຫລີມສະຫລອງ 150 ປີແຫ່ງການສ້າງຕັ້ງຂະບວນການກາແດງ, ກາຊິກວົງເດືອນແດງສາກົນ ພາຍໃຕ້ຫົວຂໍ້ວ່າ: 150 ປີ ແຫ່ງເຄື່ອນໄຫວເພື່ອມະນຸດສະທຳ ພ້ອມທັງປຸກລະດົມຂະບວນການ“ຢາດເລືອດແດງ” ລະດູຮ້ອນປີ 2013 ແລະ ຂະບວນການສ້າງກອງທຶນສະຫນັບສະຫນູນ “ທະນາຄານງົວ”. ກ່ອນນີ້ 150 ປີ ສະພາກາແດງສາກົນໄດ້ຮັບການສ້າງຕັ້ງຂຶ້ນ. ມາຮອດປະຈຸບັນ ຢູ່ໃນໂລກມີ 187 ສະພາກາແດງ-ກາຊິກວົງເດືອນແດງ ໂດຍປະຕິບັດການເຄື່ອນໄຫວມະນຸດສະທຳໃນທົ່ວທຸກທະວີບ. ສະພາກາແດງຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1946 ແລະ ແຕ່ລະປີສະພາກາແດງຫວຽດນາມ ໄດ້ຈັດຕັ້ງປະຕິບັດ 30 ໂຄງການ, ດ້ວຍຍອດມູນຄ່າ 800 ຕື້ດົ່ງ ແມ່ນເຄື່ອນໄຫວໃນ 7 ຂົງເຂດຄື: ກູ້ຊ່ວຍຮີບດ່ວນ, ຊ່ວຍເຫລືອມະນຸດສະທຳ, ບໍລິຈາກເລືອດ, ເບີ່ງແຍງດູແລສຸຂະພາບ…. ທ່ານ ຫງວຽນຫືວຮົ່ງ, ຮອງປະທານສະພາກາແດງ ຫວຽດນາມໃຫ້ຮູ້ວ່າ:
“ປະຈຸບັນ ສະພາກາແດງຫວຽດນາມພວມປະຕິບັດ 2 ໂຄງການໃຫຍ່, ນັ້ນແມ່ນໂຄງການຢາດເລືອດແດງເພື່ອກູ້ເອົາຊີວິດຄົນເຈັບ ແລະ ໂຄງການທະນາຄານງົວ ເພື່ອຊ່ວຍເຫລືອຜູ້ປະສົບຄວາມຫຍຸ້ງຍາກ. ນັບແຕ່ປີ 2009 ມາຮອດປະຈຸບັນ, ສະພາກາແດງໄດ້ມອບງົວໃຫ້ແກ່ປະຊາຊົນກວ່າ 7000 ໂຕ. ໄລຍະຈະມາເຖິງ ສະພາສູ້ຊົນຂົນຂວາຍບໍລິຈາກເງິນ 100 ຕື້ດົ່ງເພື່ອຊື້ງົວມອບໃຫ້ບັນດາຄອບຄົວທຸກຍາກ ແລະ ບັນດາຕາແສງຢູ່ເຂດຊາຍແດນ.”