ຫວຽດນາມສະເໜີຈີນປ່ອຍນ້ຳແກ້ໄຂໄພແຫ້ງແລ້ງ
(ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງ
ການຕ່າງປະເທດ ຫວຽດນາມ)
(vovworld) - ວັນທີ 14/03/2016, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງເລື່ອງ ຫວຽດນາມ ສະເໜີ ຈີນ ມີມາດຕະການໜູນຊ່ວຍເພີ່ມປະລິມານນ້ຳປ່ອຍອອກ ເພື່ອແກ້ໄຂສະພາບໄພແຫ້ງແລ້ງຢູ່ບາງແຂວງຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ຖືວ່າ ເລື່ອງພ້ອມກັນປົກປັກຮັກສາ ແລະ ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ ແມ່ນຄວາມຮັບຜິດຊອບລວມຂອງບັນດາປະເທດຂຶ້ນກັບລົ່ງແມ່ນ້ຳ ເພື່ອແນໃສ່ຮັບປະກັນຄວາມກົມກຽວລະຫວ່າງຜົນປະໂຫຍດຂອງບັນດາປະເທດທີ່ກ່ຽວຂ້ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ. ຫວ່າງແລ້ວນີ້, ຫວຽດນາມ ໄດ້ຜ່ານທາງການທູດ ເພື່ອສະເໜີໃຫ້ຝ່າຍ ຈີນ ເພີ່ມປະລິມານນ້ຳປ່ອຍອອກຈາກເຂື່ອນໄຟຟ້ານ້ຳຕົກ ຈີງຄູງ (ຢວນໜານ, ຈີນ) ລົງຍ່ານລຸ່ມແມ່ນ້ຳຂອງ ເພື່ອແກ້ໄຂສະພາບຄວາມໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າຢູ່ບາງແຂວງທົ່ງພຽງແມ່ນນ້ຳຂອງຂອງ ຫວຽດນາມ. ຫວຽດນາມ ຊົມເຊີຍເລື່ອງບັນດາອົງການກ່ຽວຂ້ອງ ຈີນ ໃຫ້ຮູ້ ຈະຕັ້ງໜ້າສົມທົບກັນ ເພື່ອຜັນຂະຫຍາຍແຜນການປ່ອຍນ້ຳໂດຍໄວ ໃນໄລຍະ ແຕ່ວັນທີ 15/03 – 04/04/2016.