ຫວຽດນາມສະໜອງງົບ ປະມານປົກປັກຮັກສາ ສິ່ງແວດລ້ອມ
(vovworld)- ທ່ານນາຍົກລັດຖະມົນຕີຫາກໍ່ປະກາດຂໍ້ຕົກລົງກ່ຽວກັບການຈັດຕັ້ງ ແລະ ເຄືອ່ນໄຫວຂອງກອງທຶນປົກປັກຮັກສາສິ່ງແວດລ້ອມຫວຽດນາມ ຊື່ງມີໜ້າທີ່ໃຫ້ກູ້ຢືມດ້ວຍອັດຕາດອກເບັ້ຍບຸລິມະສິດ, ອຸປະຖຳ, ໜູນຊ່ວຍອັດຕາດອກເບັ້ຍໃຫ້ແກ່ບັນດາໂຄງການ, ການເຄື່ອນໄຫວ, ໜ້າທີ່ ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ບໍ່ນອນໃນແຜນງົບປະມານໃນຂອບເຂດທົ່ວປະເທດ. ໂດຍເຄື່ອນໄຫວບໍ່ເພື່ອຈຸດປະສົງໄດ້ຮັບກຳໄລ, ກອງທຶນປົກປັກຮັກສາສິ່ງແວດລ້ອມຫວຽດນາມ ຈະມີໜ້າທີ່ຮັບ, ຄຸ້ມຄອງ ແລະ ນຳໃຊ້ບັນດາແຫຼ່ງເງິນອຸປະຖຳ, ປະກອບສ່ວນ, ມອບໝາຍໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນພາຍໃນ ແລະ ຕ່າງປະເທດເພື່ອແນໃສ່ໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາການເຄື່ອນໄຫວ ປົກປັກຮັກສາສິ່ງແວດລ້ອມຫວຽດນາມ, ໃຫ້ກູ້ຢືມດ້ວຍອັດຕາດອກເບັ້ຍບຸລິມະສິດສຳລັບບັນດາໂຄງການປົກປັກຮັກສາສິ່ງແວດລ້ອມໃນຂອບເຂດທົ່ວປະເທດ. ຕາມຂໍ້ຕົກລົງຫາກໍ່ປະກາດໃຊ້ນັ້ນ, ລັດຖະບານຫວຽດນາມ ໄດ້ເພີ່ມຈຳນວນທຶນດຳລັດຂອງ ກອງທຶນປົກປັກຮັກສາສິ່ງແວດລ້ອມຫວຽດນາມ ເປັນ 1000 ຕື້ດົ່ງໃນເວລາ 3 ປີ (2015-2017)./.