ຫວຽດນາມ-ສເກົາຫລີຄົ້ນຄ້ວາ,ແລກປ່ຽນໃນໂຄງການ”ໃຫ້ຄຳປຶກສາບົດລາຍງານຫວຽດນາມປີ2035”
(vovworld)- ໃນຂອບເຂດໂຄງການຊ່ວຍເຫລືອຫລ້າ ແລະ ການຮ່ວມມືເຕັກນິກລະຫວ່າງ ສເກົາຫລີ ແລະ ຫວຽດນາມ ໃນປີ 2015, ອົງການຮ່ວມມືສາກົນ ສເກົາຫລີ ຂຶ້ນກັບກະຊວງການຕ່າງປະເທດຂອງປະເທດນີ້ ໄດ້ເຊື້ອເຊີນ ຜູ້ຊ່ຽວຊານຫວຽດນາມ 15 ທ່ານ ໄປຍັງ ສເກົາຫລີ ຄົ້ນຄ້ວາແລກປ່ຽນໃນໂຄງການ “ໃຫ້ຄຳປືກສາບົດລາຍງານຫວຽດນາມ 2035” ແຕ່ວັນທີ 14-20/6. ອົງການຮ່ວມມືສາກົນສເກົາຫລີ ໃຫ້ຮູ້ວ່າ: ໂຄງການນີ້ ສະແດງໃຫ້ເຫັນຄຳໝັ້ນສັນຍາ ແລະ ການເຂົ້າຮ່ວມຢ່າງຕັ້ງຫນ້າຂອງອົງການເຂົ້າໃນການສ້າງ “ບົດລາຍງານຫວຽດນາມ ປີ 2035”. ໃນໄລຍະຢູ່ ສເກົາຫລີ, ຄະນະຜູ້ຊ່ຽວຊານຫວຽດນາມ ໂດຍທ່ານ ກາວຫວຽດຊີງ, ອະດີດລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ນຳຫນ້າ ໄດ້ມີການປຶກສາຫາລື ແລະ ແລກປ່ຽນກັບບັນດາຜູ້ຊ່ຽວຊານ ສເກົາຫລີ ກ່ຽວກັບບົດຮຽນພັດທະນາຂອງສເກົາຫລີໃນ 2 ຂົງເຂດຄື “ປ່ຽນໃຫມ່ ແລະ ພັດທະນາວິທະຍາສາດເຕັກໂນໂລຊີ” ແລະ ພັດທະນາແບບຍືນຍົງ.