ຫວຽດນາມ-ອິນເດຍ ດຳເນີນການໂອ້ລົມ ສົນທະນາຍຸດທະສາດ ປ້ອງກັນຊາດຄັ້ງທີ 8

ຫວຽດນາມ-ອິນເດຍ ດຳເນີນການໂອ້ລົມ ສົນທະນາຍຸດທະສາດ ປ້ອງກັນຊາດຄັ້ງທີ 8 - ảnh 1

(ພາບ: m.dnrtv.org.vn)

 (vovworld)-​​​​  ການ​ໂອ້ລົມ​ສົນທະນາ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ 8/11, ຢູ່​ນະຄອນ​ໂຮ່ຈິ​ມິນ. ການ​ນຳ​ກະຊວງ​ປ້ອງກັນ​ປະ​ເທດສອງ​ປະ​ເທດ​ໄດ້​ແລກປ່ຽນ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ພາກ​ພື້ນ​ກໍ່​ຄວາມ​ສົນ​ໃຈ​ລວມ​ໃນ​ຂົງ​ເຂດ​ປ້ອງ​ກັນຊາດ, ປ້ອງ​ກັນຄວາມ​ສະຫງົບ​. ອິນ​ເດຍ ສະ​ແດງການ​ສະໜັບສະໜູນ​ເລື່ອງ​ປະຕິບັດ​ກົດໝາຍ​ສາກົນ​ຄື: ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພ້ອມ​ທັງ​ເນັ້ນໜັກ​ຄວາມ​ເຄົາລົບ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາ​ຊຽນ ທີ່​ມີ​ຕໍ່​ອິນ​ເດຍ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຫງວຽນ​ຈິ​ວິ້ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ຕີ​ລາຄາ​ສູງ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ແກ້​ໄຂ​ບັນຫາ​ເຂດ​ດິນ​ແດນ​ດ້ວຍ​ທາງ​ການ​ທູດ, ​ໂອ້​ລົມ​ສົນທະນາ​ສັນຕິພາບ. ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ, ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດຄື: ​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນສູງ​ໃນ​ກອງທັບ, ການ​ຮ່ວມ​ມື​ດ້ານ​ກອງທັບເຮືອ, ກອງທັບ​ອາກາດ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ດ້ານ​ອຸດສາຫະກຳ​ປ້ອງ​ກັນຊາ​ດ./.

 


ຂ່າວ/ບົດ​ອື່ນ