ຫວຽດນາມ,ອາບຟຣີກາໃຕ້ຊຸກຍູ້ການຮ່ວມມື
ການຄ້າ,ການລົງທຶນແລະການທ່ອງທ່ຽວ
(ພາບ: ຫວຽດນາມ+)
(vovworld) – ເວທີປາໄສໂຄສະນາການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຫວຽດນາມ - ອາບຟຣີກາ ຫາກໍ່ຈັດຕັ້ງໃນວັນທີ 22/6, ຢູ່ນະຄອນ Johannesburg, ສູນເສດຖະກິດ, ການຄ້າແຖວໜ້າຂອງ ອາບຟຣີກາ ແລະ ພາກພື້ນ. ເຫດການດັ່ງກ່າວໂດຍສະຖານທູດ ຫວຽດນາມ ປະຈຳ ອາບຟຣີກາໃຕ້ ສົມທົບກັບຫ້ອງການການຄ້າ ອຸດສາຫະກຳນະຄອນ Johannesburg ແລະ ຄະນະວິສາຫະກິດນະຄອນ ຮ່າໂນ້ຍ ຈັດຕັ້ງເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ, ຍູ້ແຮງການແລກປ່ຽນການຄ້າການລົງທຶນ ການທ່ອງທ່ຽວລະຫວ່າງ Johannesburg ກັບນະຄອນຫຼວງ ຮ່າໂນ້ຍ ແລະ ທ້ອງຖິ່ນຕ່າງໆຂອງ ຫວຽດນາມ.
ກ່າວຄຳເຫັນທີ່ພິທີໄຂເວທີປາໄສ, ທ່ານ ເລຮູຍຮ່ວາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາບຟຣີກາ ໃຕ້ ເນັ້ນໜັກເຖິງຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ສືບຕໍ່ຮ່ວມເດີນທາງໜູນຊ່ວຍ ວິສາຫະກິດ 2 ປະເທດຮ່ວມມືດຳເນີນທຸລະກິດ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງ 2 ຝ່າຍ, ສູ້ຊົນຍົກວົງເງິນການຄ້າ 2 ປະເທດຈາກລະດັບ 1,2 ຕື້ USD ໃນປະຈຸບັນຂຶ້ນເຖິງ 3 ຕື້ USD ໃນ 5 ປີຈະມາເຖິງ. ທີ່ເວທີປາໄສ, ທ່ານເອກອັກຄະລັດຖະທູດ ເລຮູຍຮ່ວາງ ແລະ ການນຳຄະນະວິສາຫະກິດ ຮ່າໂນ້ຍ ພ້ອມກັບຜູ້ຕາງໜ້າກະຊວງອຸດສາຫະກຳ ການຄ້າ ອາບຟຣີກາໃຕ້ ໄດ້ແກ້ໄຂບັນດາຄຳຖາມຂອງວິສາຫະກິດ 2 ປະເທດໂດຍກົງ, ເຮັດແຈ້ງບັນດານະໂຍບາຍຂອງ ຫວຽດນາມ ແລະ ອາບຟຣີກາໃຕ້ ກ່ຽວກັບການສົ່ງເສີມການລົງທຶນ, ບັນດາມາດຕະການໜູນຊ່ວຍກ່ຽວກັບພາສີ, ສິນເຊື່ອ, ພື້ນຖານໂຄງລ່າງ.