ຫວຽດນາມຮັບປະກັນສິດຜົນປະໂຫຍດໃຫ້ແກ່ບັນດາລູກເຮືອຖືກຫາຍສາບສູນຢູ່ ຂົ້ວໂລກໄຕ້
ຄອບຄົວລູກເຮືອໃນເຮືອຫາປາ Jeong Woo 2 ຖືກຫາຍສາບສູນ
ກົມຄຸ້ມຄອງແຮງງານຢູ່ຕ່າງປະເທດ ສັງກັດກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຫາກໍມີບົດແນະນຳໃຫ້ບັນດາວິສາຫະກິດຈັດສົ່ງລູກເຮືອຫວຽດນາມໄປເຮັດວຽກຢູ່ສ.ເກົ່າຫຼີຊຶ່ງຖືກປະສົບເຄາະຮ້າຍຢູ່ ຂົ້ວໂລກໄຕ້ ຈົ່ງຜັນຂະຫຍາຍວິທີການແກ້ໄຂຈຳນວນໜຶ່ງເພື່ອແນໃສ່ຮັບປະກັນຊີວິດອີນຊີ, ສ້າງເປັນປົກກະຕິດ້ານຈິດຕະສາດ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ຜູ້ອອກແຮງງານ. ບໍລິສັດຫຸ້ນສ່ວນພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ບໍລິສັດໃຫຍ່ກໍ່ສ້າງຄົມມະນາຄົມເລກ 1 ຊຶ່ງແມ່ນ 2 ຫົວໜ່ວຍຈັດສົ່ງແຮງງານຫວຽດນາມໄປເຮັດວຽກໃນເຮືອຫາປາ Jeong Woo 2 ທີ່ຂຶ້ນກັບບໍລິສັດ Sunwoo ຂອງສ.ເກົ່າຫຼີ. ຕາມ 2 ບໍລິສັດດັ່ງກ່າວແລ້ວ, ລູກເຮືອ 23 ຄົນ ຂອງຫວຽດນາມທີ່ເຮັດວຽກໃນເຮືອດັ່ງກ່າວ ລ້ວນແຕ່ຊື້ປະກັນໄພ ລະດັບສູງສຸດ. ກໍລະນີ ຜູ້ອອກແຮງງານຖືກຫາຍສາບສູນ ຫຼືຖືກເສຍຊີວິດ ແມ່ນຈະຮັບເງິນທົດແທນຄວາມເສຍຫາຍເປັນຈຳນວນ 16.000 USD , ຖ້າຫາກໄດ້ຮັບບາດເຈັບນັ້ນ, ກໍຈະໄດ້ຮັບເງິນ ທົດແທນຄວາມເສຍຫາຍໂດຍອີງຕາມລະດັບເບົາຫຼືໜັກ. ປະຈຸບັນ ທັງ 2 ບໍລິສັດ ໄດ້ເຮັດລະບຽບການກັບບໍລິສັດປະກັນໄພ ເພື່ອໃຫ້ຄອບຄົວບັນດາລູກເຮືອຖືກຫາຍສາບສູນ, ຫຼືຮັບບາດເຈັບຮັບເງິນທົດແທນຄວາມເສຍຫາຍໄດຍໄວ.