ຫວຽດ​ນາມ​ຮ່ວມ​ມື​ກັບ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພື່ອ​ປ້ອງ​ກັນ, ຕ້ານ​ການແພ້ຢາ

(VOVWORLD) -ກະຊວງສາທາລະນະສຸກ ຫວຽດນາມ, ສະຖານທູດ ອັງກິດ ແລະ ບໍລິສັດ GSK ໃຫ້ຄຳໝັ້ນສັນຍາໜູນຊ່ວຍການຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານການແພດກ່ຽວກັບການຕ້ານການແພ້ຢາ ແລະ ຈັດໃບສັ່ງຢາຕ້ານເຊື້ອໃຫ້ໝາະສົມ
ຫວຽດ​ນາມ​ຮ່ວມ​ມື​ກັບ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພື່ອ​ປ້ອງ​ກັນ, ຕ້ານ​ການແພ້ຢາ - ảnh 1ພິທີລົງນາມ ບົດບັນທຶກຊ່ວຍຈຳໂຄງການຮ່ວມມືປ້ອງກັນ, ຕ້ານການແພ້ຢາ ຢູ່ ຫວຽດນາມ 2021 – 2023 (ພາບ:tamnhin.net.vn)

ວັນທີ 26 ພະຈິກ 2020 ຢູ່ຮ່າໂນ້ຍ, ກົມຄຸ້ມຄອງການປິ່ນປົວພະຍາດ (ກະຊວງສາທາລະນະສຸກ ຫວຽດນາມ), ສະຖານທູດ ລາຊະອານາຈັກອັງກິດ ປະຈຳ ຫວຽດນາມ ແລະ ຫ້ອງການຕາງໜ້າບໍລິສັດ GlaxoSmithKline Pte Ltd ປະຈຳ ນະຄອນໂຮ່ຈີມິນ (GSK) ໄດ້ລົງນາມ ບົດບັນທຶກຊ່ວຍຈຳໂຄງການຮ່ວມມືປ້ອງກັນ, ຕ້ານການແພ້ຢາ ຢູ່ ຫວຽດນາມ 2021 – 2023.

ຜ່ານບົດບັດທຶກຊ່ວຍຈຳ, ກະຊວງສາທາລະນະສຸກ ຫວຽດນາມ, ສະຖານທູດ ອັງກິດ ແລະ ບໍລິສັດ GSK ໃຫ້ຄຳໝັ້ນສັນຍາໜູນຊ່ວຍການຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານການແພດກ່ຽວກັບການຕ້ານການແພ້ຢາ ແລະ ຈັດໃບສັ່ງຢາຕ້ານເຊື້ອໃຫ້ໝາະສົມ, ສະໜອງວິທີການເບິ່ງແຍງດູແລສຸຂະພາບຢ່າງຮອບດ້ານ ນັບແຕ່ການປ້ອງກັນ, ຕ້ານພະຍາດ ຕະຫຼອດຮອດການປິ່ນປົວພະຍາດ, ເພີ່ມທະວີຄວາມສາມາດໃນການສຳຜັດ ກັບຢາຕ້ານເຊື້ອຊະນິດຕ່າງໆ ແລະ ວັກຊີນທີ່ມີຄຸນນະພາບສາກົນ.

ຫວຽດ​ນາມ​ຮ່ວມ​ມື​ກັບ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພື່ອ​ປ້ອງ​ກັນ, ຕ້ານ​ການແພ້ຢາ - ảnh 2
ຫວຽດ​ນາມ​ຮ່ວມ​ມື​ກັບ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພື່ອ​ປ້ອງ​ກັນ, ຕ້ານ​ການແພ້ຢາ - ảnh 3

ຕອບກັບ

ຂ່າວ/ບົດ​ອື່ນ