ຫວຽດນາມຮຽກຮ້ອງ ການລົງທຶນເຂົ້າໃນ ຂະແໜງອຸດສາຫະກຳ ປຸງແຕ່ງ


ຫວຽດນາມຮຽກຮ້ອງ ການລົງທຶນເຂົ້າໃນ ຂະແໜງອຸດສາຫະກຳ ປຸງແຕ່ງ - ảnh 1

 (ພາບ: vov)

(vovworld)- ​ ​ຕອນ​​ເຊົ້າວັນ​ທີ 9/12, ຢູ່​ຮ່າ​​ໂນ້ຍ, ​ໄດ້​ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ບັນດາ​ນັກ​ອຸປະຖຳ​ໃຫ້​​ແກ່​ຂະ​ແໜງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ (ISG) ປີ 2014. ດ້ວຍ​ຫົວ​ເລື່ອງ “ຊຸກຍູ້​ຂະ​ແໜງອຸດສາຫະກຳ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ: ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ“. ກອງປະຊຸມ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ລັດຖະບານ​ຫວຽດນາມ ຢັ້ງຢືນ​ຄຳໝັ້ນສັນຍາ ​ແລະ ​ໃຫ້​ຂໍ້ມູນຂ່າວ​ເຖິງ​ປະ​ຊາຄົມ​ນັກ​ອຸປະຖຳ, ອົງການ​ຈັດຕັ້ງສາກົນ ​ແລະ ວິ​ສາ​ຫະກິດກ່ຽວ​ກັບ​ການ​ກຳນົດ​ທິດ​ພັດທະນາ, ​ໃຫ້​ບຸລິມະສິດ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ເຂົ້າ​ໃນຂະ​ແໜງອຸດສາຫະກຳ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ກາວ​ດຶດຟາດ, ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໃຫ້​ຮູ້​ວ່າ:

  “ການພັດທະນາຂະແໜງອຸດສາຫະກຳປຸງແຕ່ງ​​ກໍ່ໝາຍຄວາມວ່າການສົ່ງເສີມບັນດາວິສາຫະກິດໂດຍສະເພາະແມ່ນວິສາຫະກິດເອກະຊົນພາຍໃນປະເທດແລະ ຕ່າງປະເທດລົງທຶນເຂົ້າຂົງເຂດກະສິກຳ. ການຊຸກຍູ້ຂະແໜງອຸດສາຫະກຳປຸງແຕ່ງກໍ່ໝາຍຄວາມວ່າສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດກະສິກຳ. ປະຕິບັດຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ກະຊວງກະສິກຳແລະ ພັດທະນາຊົນນະບົດພວມຮີບເຮັ່ງກວດກາຄືນບັນດາກົນໄກນະໂຍບາຍເພື່ອປົວແປງສະພາບແວດລ້ອມແຫ່ງການລົງທຶນໃນຂົງເຂດກະສິກຳ“./.

ຂ່າວ/ບົດ​ອື່ນ