(ພາບ: Vietnamplus)
(vovworld)- ຕອນເຊົ້າວັນທີ 11/11, ກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 11 ຂອງເວທີປາໄສຮ່ວມມືອາຊີ-ເອີລົບ ຄັ້ງທີ 11 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ອິນເດຍ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກິມຫງອກ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີຮ່າກິມຫງອກ ເນັ້ນໜັກວ່າ: ໃນສະພາບທີ່ເສດຖະກິດໂລກຟື້ນຕົວຢ່າງຊັກຊ້າ, ຄວາມຕ້ອງການເພີ່ມທະວີການຮ່ວມມື, ຍົກສູງບົດບາດທີ່ຕັ້ງຂອງອາແຊມ ພວມມີການຮີບດ່ວນທີ່ສຸດ. ປະເທດຕ່າງໆຊົມເຊີຍ ແລະ ຕີລາຄາສູງບັນດາຂໍ້ສະເໜີ ແລະ ຂໍ້ລິເລີ່ມຂອງຫວຽດນາມ, ຮ່ວມມືກັນຮັບປະກັນຄວາມໝັ້ນຄົງສະບຽງອາຫານ-ແຫຼ່ງນ້ຳ-ພະລັງງານຄວນກາຍເປັນເນື້ອໃນບຸລິມະສິດຂອງອາແຊມ; ໜູນຊ່ວຍບັນດາໂຄງການອະນຸພາກພື້ນຄືອະນຸພາກພື້ນແມ່ນ້ຳຂອງ ແລະ ອາຊຽນ ກໍ່ຄືວິທີສຳພັດໃໝ່ໃນການຮັບມືກັບສິ່ງທ້າທາຍຕ່າງໆ… ພິເສດຫຼາຍປະເທດຢືນຢັນຈະສືບຕໍ່ສະໜັບສະໜູນ ແລະ ສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍ 2 ຂໍ້ລິເລີ່ມໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ສະເໜີທີ່ກອງປະຊຸມຂັ້ນສູງອາແຊມ 9 ຢູ່ລາວ ໃນເດືອນ 11/2012 ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳໝັ້ນຄົງ ແລະ ຮັບມືກັບໄພທຳມະຊາດ./.