ຫວຽດນາມເຂົ້າຮ່ວມກອງ ປະຊຸມສຳມະນາສາກົນ ຢູ່ເມກຊິກໂກ
(ພາບປະກອບ:hivietnam.net)
(vovworld)- ແຕ່ວັນທີ 27-29/3, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານເວືອງເທື່ອຟອງ ຮອງຫົວໜ້າຄະນະປະຈຳຄະນະພົວພັນກັບຕ່າງປະເທດ ສູນກາງພັກນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາສາກົນ “ບັນດາພັກການເມືອງ ແລະ ສັງຄົມໃໝ່ຄັ້ງທີ 18“ ຢູ່ເມກຊິກໂກ ຕາຄຳເຊີນຂອງການນຳພັກແຮງງານ ເມກຊິກໂກ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເວືອງເທື່ອຟອງ ຊີ້ແຈ້ງວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ເສດຖະກິດໂລກຟື້ນຕົວຢ່າງຊັກຊ້ານັ້ນ, ຫວຽດນາມ ຍັງສືບຕໍ່ສຳເລັດ ແລະ ພັດທະນາແນວທາງປ່ຽນແປງໃໝ່ທີ່ໄດ້ຮັບການຮັບຮອງເອົາທີ່ກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ, ສູ້ຊົນຮອດປີ 2020 ສ້າງປະເທດຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ. ຫວຽດນາມ ມີແຜນນະໂຍບາຍເຊື່ອມໂຍງເຂົ້າກັບໂລກ, ປະກອບສ່ວນຢ່າງແທດຈິງ, ມີຄວາມຮັບຜິດຊອບສູງໃນບັນດາບັນຫາປ້ອງກັນຄວາມສະຫງົບ, ການພັດທະນາລວມຂອງພາກພື້ນ ແລະ ໂລກ.
ບົດປະກອບຄຳເຫັນຂອງທ່ານຫົວໜ້າຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມສຳມະນາ ໄດ້ຮັບການຕີລາຄາສູງຈາກຜູ້ຕາງໜ້າບັນດາຄະນະຜູ້ແທນເຂົ້າຮ່ວມເປັນຈຳນວນຫຼາຍ. ບັນດາຜູ້ແທນຍັງຊົມເຊີຍບັນດາຜົນງານອັນໃຫ່ຍຫຼວງຂອງ ປຊຊ ຫວຽດນາມ ໃນພາລະກິດສ້າງສາປະເທດຊາດ, ປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກຢ່າງມີໄຊ./.