ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ 70 ຂອງ ESCAP

ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ 70 ຂອງ ESCAP - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(vovworld) - ​ໃນ​ໄລຍະ​ເວລາ 5 ວັນ (​ແຕ່​ວັນ​ທີ 4 – 8/8), ຢູ່​ນະຄອນຫຼວງ​ບາງກອກ (ປະ​ເທດ​ໄທ) ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 70 ​ໄລຍະທີ 2 ຂອງ​ຄະນະ​ກຳມະການ​ເສດຖະກິດ - ສັງຄົມ ພາກ​ພື້ນ ອາຊີ - ​ປາຊີ​ຟິກ (ESCAP) ຂອງ​ສະຫະ​ປະຊາ​ຊາດ​ດ້ວຍ​ຫົວ​ຂໍ້ “​ເຊື່ອມ​ຕໍ່​ພາກ​ພື້ນ​ເພື່ອ​​ແບ່ງປັນ​ຄວາມ​ວັດທະນາ​ຖາວອນ”. ຄະນະ​ຜູ້​ແທນ​ຂັ້ນ​ສູງ​ບັນດາ​ປະ​ເທດ​ສະມາຊິກ​ກ່ວາ 30 ຄະນະໄດ້​ເຂົ້າຮ່ວມວາລະ​ປະຊຸມ​ລັດຖະມົນຕີ​ໃນ​ວັນ​ທີ 7 – 8/8. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມງອກ ນຳ​ໜ້າ​ເຂົ້າ​ຮ່ວມ​ວາລະ​ປະຊຸມ.

        ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ບັນດາ​ປະ​ເທດ​ສະມາຊິກ, ບັນດາ​ນັກຮຽນ​ຮູ້, ຊ່ຽວຊານ​ສຸມ​ໃສ່​ປຶກສາ​ຫາລື​ບັນຫາ​ພັດທະນາ​ແບບຍືນຍົງ, ກຳນົດ​ທິດ​ພັດທະນາ​ໄລຍະ​ຫຼັງ​ປີ 2015 ​ແລະ ບັນດາ​ມາດ​ຕະການ​ຊຸກຍູ້ການ​ຮ່ວມ​ສຳພັນ​ພາກພື້ນ. ວາລະ​ປະຊຸມ ​ໄດ້​ຮັບຮອງ​ເອົາ 12 ມະຕິ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ພາກ​ພື້ນ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ພື້ນຖານ​ໂຄງ​ລ່າງ ​ແລະ ສິ່ງ​ແວ​ດລ້ອມ.

        ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມງອກ ​ເນັ້ນ​ໜັກ​ວ່າ: ​ເພື່ອ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ, ບັນດາ​ປະ​ເທດ​ຕ້ອງ​ມານະ​ພະຍາຍາມປັບປຸງ​ສະພາບ​​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ​ໃນ​ນັ້ນ​ຕ້ອງ​ຮັບປະກັນ​ຄວາມ​ເສລີ ​ແລະ ຄວາມ​ປອດ​ໄພ​ໃນການ​ເດີນ​ເຮ​ືອ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ໃນ​ທະ​ເລ​ຢູ່​ພາກ​ພື້ນ​​ໂດຍ​ສັນຕິ​ວິທີ​ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ໃນພາກ​ພື້ນ.

ຂ່າວ/ບົດ​ອື່ນ