ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ55ສະມັດຊາໃຫຍ່WIPO

ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ55ສະມັດຊາໃຫຍ່WIPO - ảnh 1
(ພາບປະກອບ)

(vovworld) –​ ກອງປະຊຸມ​ປະຈຳ​ປີ​ຄັ້ງ​ທີ 55 ຂອງ​ສະມັດຊາ​ໃຫຍ່​ອົງການ​ຈັດ​ຕັ້ງ​ ຊັບ​ສິນ​ທາງ​ປັນຍາໂລກ (WIPO) ​ໄຂ​ຂຶ້ນ​ໃນ​ວັນ​ທີ 5/10ຢູ່​ເຊີ​ແນວ ປະ​ເທດ ສະ​ວິດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຄະນະ​ຜູ້​ແທນ​ທີ່​ມາ​ຈາກ 188 ປະ​ເທດ​ສະມາຊິກ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ ທີ່​ກ່ຽວ​ຂ້ອງ​ເຖິງ​ຊັບ​ສິນ​ທາງ​ປັນຍາ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ ​ເຈີ່ນ​ຫວຽດ​ແທງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ທັງ​ເປັນ​ຫົວໜ້າ​ກົມ​ຊັບ​ສິນ​ທາງ​ປັນຍາ ​ເປັນ​ຫົວໜ້າ​ຄະນະ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ຜູ້ອຳນວຍການ​ໃຫຍ່ WIPO ທ່ານ Francis Gurry ​ເນັ້ນ​ໜັກ​ເຖິງ​ຄວາມ​ຄືບ​ໜ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື ພາກ​ລັດ - ​ເອກະ​ຊົນ​ດ້ວຍ​ການ​ເຂົ້າ​ຮ່ວມ ​ WIPO, ກໍ​ຄື​ບັນດາ​ຄວາມ​ກ້າວໜ້າ​ໃນ​ການ​ສະ​ສົມບັນດາ​ພື້ນຖານ​ໂຄງ​ລ່າງ​ ​ເຂົ້າ​ລະບົບ​ຊັບ​ສິນ​ທາງ​ປັນຍາ (IP) ​ໃນ​ທົ່ວ​ໂລກ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ພວມ​ພັດທະນາ. ກອງ​ປະຊຸມ​ຄັ້ງ​ທີ 55 ຂອງ​ສະມັດ​ຊາ​ໃຫຍ່​ WIPO ຄາດ​ວ່າ​ຈະ​ແກ່ຍາວ​ຮອດ​ວັນ​ທີ 14/10 ຈຶ່ງ​ອັດ​ລົງ. ນອກຈາກ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ປະຊຸມ​ທາງ​ການ, ຄະນະ​ຜູ້​ແທນ ຫວຽດນາມ​ ຍັງ​ມີ​ການ​ປະຊຸມ 2 ຝ່າຍ​ກັບ ຍີ່ປຸ່ນ, ລັດ​ເຊຍ, ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ຜູ້ອຳນວຍການ​ໃຫຍ່ WIPO ​ແລະ ຮອງ​ຜູ້ອຳນວຍການ​ໃຫຍ່ WIPO.



ຂ່າວ/ບົດ​ອື່ນ