ຫວຽດນາມເຂົ້າຮ່ວມກອງປະຊຸມປະຈຳປີ ADB ຄັ້ງທີ 46 ຢູ່ອິນເດຍ

ຫວຽດນາມເຂົ້າຮ່ວມກອງປະຊຸມປະຈຳປີ ADB ຄັ້ງທີ 46 ຢູ່ອິນເດຍ - ảnh 1
(ພາບ:
vietnamplus.vn)

(vovworld) -  ກອງ​ປະຊຸມ​ປະຈຳ​ປີຄັ້ງທີ 46 ຂອງ​ທະນາຄານ​ພັດທະນາ​ອາຊີ (ADB) ​ໄດ້ໄຂ​ຂຶ້ນ​ໃນ​ວັນ​ທີ 4/5 ຢູ່​ປະ​ເທດ​ອິນ​ເດຍ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຫງວຽນ​ຈິ​ຈູງ, ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ດ່າວມິ​ງຕູ ນຳ​ໜ້າ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Takehiko Nakao ປະທານ ADB ຄົນ​ໃໝ່​ໃຫ້​ຮູ້​ວ່າ: ຍຸດ​ທະ​ສາດ​ປີ 2020 ຂອງ ADB ​ດ້ວຍຈຸດ​ສຸມ​ແມ່ນ​ພັດທະນາ​ຮອບ​ດ້ານ ​ແລະ ໝັ້ນຄົງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ຍັງ​ແມ່ນ​ຂໍ້​ກຸນ​ແຈ​ເພື່ອ​ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ. ຍຸດ​ທະ​ສາດ​ປີ 2020 ຍັງ​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການຍູ້​ແຮງ​ການ​ພັດທະນາ ຂອງ​ພາກ​ເອກະ​ຊົນ-​ຊື່​ງ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ຮັກສາ​ລະດັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ສູງ.

ຂ່າວ/ບົດ​ອື່ນ