ຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ສື່ມວນຊົນພາສາລັດເຊຍໂລກຄັ້ງທີ17
ກອງປະຊຸມໃຫຍ່ສື່ມວນຊົນພາສາ ລັດເຊຍ ໂລກຄັ້ງທີ 17
|
(vovworld) – ກອງປະຊຸມໃຫຍ່ສື່ມວນຊົນພາສາ ລັດເຊຍ ໂລກຄັ້ງທີ 17 ໄຂຂຶ້ນໃນຕອນເຊົ້າວັນທີ 10/6, ຢູ່ສູນການຄ້າສາກົນທີ່ນະຄອນຫຼວງ ມົດສກູ (ສະຫະພັນລັດເຊຍ). ເຂົ້າຮ່ວມເຫດການນີ້ ມີບັນດາຜູ້ຕາງໜ້າທີ່ມາຈາກອົງການສຳນັກຂ່າວສານ, ສື່ມວນຊົນດ້ວຍພາສາ ລັດເຊຍ 63 ແຫ່ງຢູ່ໃນໂລກ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ລວມມີບັນດານັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ແລະ ໂທລະພາບ ຫວຽດນາມ. ໃນ 3 ວັນດຳເນີນກອງປະຊຸມສຳມະນາ, ບັນດາຜູ້ແທນຈະປຶກສາຫາລືກ່ຽວກັບບັນດາຫົວຂໍ້ເຊິ່ງລວມມີ: ສື່ມວນຊົນພາສາ ລັດເຊຍ ໃນສະພາບການ ສື່ສານສາກົນໃໝ່, ສື່ມວນຊົນພາສາລັດເຊຍກ່ຽວກັບຄວາມຈິງປະຫວັດສາດ ແລະ ບັນດາທ່າອ່ຽງເສກສັນປັ້ນແຕ່ງປະຫວັດສາດ… ໃນໄລຍະດຳເນີນກອງປະຊຸມ, ບັນດາການນຳຂັ້ນສູງຂອງສະພາແຫ່ງຊາດ, ລັດຖະບານ ແລະ ສະຫະພັນລັດເຊຍ ຈະເຂົ້າຮ່ວມບັນດາວາລະປຶກສາຫາລື ແລະ ຕອບຄຳຖາມຂອງບັນດາຜູ້ແທນ.