ຫວຽດນາມເຂົ້າຮ່ວມການເຈລະຈາປ້ອງກັນຊາດເຊີອູນຄັ້ງທີ 8

(VOVWORLD) -ຕອນເຊົ້າວັນທີ 03 ກັນຍາ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳໜ້າຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໄປສ.ເກົາຫຼີ ເຂົ້າຮ່ວມການເຈລະຈາດ້ານປ້ອງກັນຊາດເຊີອູນ ຄັ້ງທີ 8, ໃນລະຫວ່າງວັນທີ 03 – 09 ກັນຍາ.

ຫວຽດນາມເຂົ້າຮ່ວມການເຈລະຈາປ້ອງກັນຊາດເຊີອູນຄັ້ງທີ 8 - ảnh 1 ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ

(ພາບປະກອບ: TTXVN)

ຫົວຂໍ້ຕົ້ນຕໍຂອງການເຈລະຈາຄັ້ງນີ້ແມ່ນ “ພ້ອມກັນສ້າງສັນຕິພາບ: ສິ່ງທ້າທາຍ ແລະ ສະພາບການໃນອະນາຄົດ” ລວມມີການເຈລະຈາຄົບຄະນະ 4 ຄັ້ງ ແລະ ການແລກປ່ຽນພິເສດ 3 ຄັ້ງ ທີ່ກ່ຽວຂ້ອງເຖິງການຮ່ວມມື, ສັນຕິພາບ, ສິ່ງທ້າທາຍ, ຄວາມໝັ້ນຄົງ…

        ເລື່ອງຫວຽດນາມ ເຂົ້າຮ່ວມການເຈລະຈາດັ່ງກ່າວ ແມ່ນເພື່ອແນໃສ່ຢືນຢັນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຫວຽດນາມ ສຳລັບບັນດາບັນຫາສາກົນ ແລະ ພາກພື້ນ; ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນມິດຕະພາບກັບບັນດາປະເທດ ແລະ ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ