(ຫວຽດນາມເຂົ້າຮ່ວມງານບຸນອາຫານຕາມທ້ອງຖະໜົນໃຫຍ່ສຸດຢູ່ເຊັກໂກ)
(vovworld) - ອາຫານພື້ນເມືອງນັບຮ້ອຍເຍື່ອງຂອງ 30 ປະເທດໃນໂລກ, ໃນນັ້ນມີ ຫວຽດນາມ ແມ່ນໄດ້ແນະນຳເຖິງປະຊາຊົນ ສ.ເຊັກໂກ ແລະ ແຂກທ່ອງທ່ຽວສາກົນ ຢູ່ງານບຸນອາຫານຕາມທ້ອງຖະໜົນໃຫຍ່ສຸດ ສ.ເຊັກໂກ ໃນວັນທີ 16/04 ຢູ່ນະຄອນຫລວງ Praha. ຫວຽດນາມ ເຂົ້າຮ່ວມງານບຸນດ້ວຍບັນດາເຍື່ອງອາຫານພື້ນເມືອງຄື: ເຂົ້າປຸ້ນ, ເຟີ, ເຂົ້າໜົມຈື່ນ, ຊາ...ທ່ານນາງ Monika Kanakova ຜູ້ຕາງໜ້າຄະນະຈັດຕັ້ງງານບຸນໃຫ້ຮູ້ວ່າ:
“ຂ້າພະເຈົ້າເຄີຍໄດ້ກີນ ແລະ ມັກບັນດາເຍື່ອງອາຫານຂອງ ຫວຽດນາມ ທີ່ສຸດ, ຂ້າພະເຈົ້າ ຄາດຄະເນວ່າ ໃນການຈັດຕັ້ງງານບຸນຄັ້ງຕໍ່ໄປ ຈະສະຫງວນ 10 – 15 ຮ້ານ ເພື່ອແນະນຳບັນດາເຍື່ອງອາຫານ ຫວຽດນາມ . ຊາວ ເຊັກໂກ ໄດ້ຮູ້ຈັກອາຫານບາງເຍື່ອງຂອງ ຫວຽດນາມ ແລະ ເຂົາເຈົ້າ ຢາກຮັບປະທານອາຫານ ຫວຽດນາມ ຫລາຍເຍື່ອງອີກ”