ຫວຽດນາມເຂົ້າຮ່ວມງານປະກວດຮູບເງົາສາກົນແບກແລງຊິງລາງວັນໝີຄຳ
ນັກສິລະປິນ ມິງເຈົ້າໃນຮູບເງົາເລື່ອງ“Another city“
(ພາບ: ອິນເຕີແນດ)
(vovworld) - ຕອນຄຳ່ວັນທີ 11/2, ງານປະກວດຮູບເງົາສາກົນແບກແລງ ຄັ້ງທີ 66 ຖືກໄຂຂຶ້ນຢູ່ນະຄອນຫຼວງແບກແລງ, ປະເທດ ເຢັຍລະມັນ. ເຂົ້າຮ່ວມງານປະກວດມີຮູບເງົາ 430 ເລື່ອງ. ໃນນັ້ນຫວຽດນາມມີຮູບເງົາເລື່ອງ “Another city“ ແປວ່າ (ນະຄອນອື່ນ) ຂອງຜູ້ກຳກັບການສະແດງໜຸ່ມ ຟ້າມງອກເລິນ. ປີ 2015, ຮູບເງົາເລື່ອງ “ພໍ່ ແລະ ລູກ ແລະ …“ ຂອງຜູ້ກຳກັບການສະແດງໜຸ່ມ ຟານດັງຢີ ແມ່ນໜຶ່ງໃນຈຳນວນຮູບເງົາ 19 ເລື່ອງດີເດັ່ນທີ່ສຸດຂອງງານປະກວດຮູບເງົາຊິງລາງວັນໝີຄຳ.
ວັນທີ 20/2, ຄະນະຈັດຕັ້ງຈະປະກາດລາງວັນໝີຄຳ ຄັ້ງທີ 66 . ງານປະກວດຮູບເງົາສາກົນ ແບກແລງ ເລີ່ມມີມາແຕ່ປີ 1951 ແລະ ປະຈຸບັນໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາງານປະກວດຮູບເງົາມາແຕ່ດົນນານທີ່ສຸດ ແລະ ມີຊື່ສຽງຢູ່ໃນໂລກ.