ຫວຽດນາມເຂົ້າຮ່ວມງານວາງສະແດງທ່ອງທ່ຽວOttawa2017
ຮ້ານວາງສະແດງທ່ອງທ່ຽວຫວຽດນາມ
ພາບ:baomoi.com
|
(vovworld)- ໃນວັນທີ 25 -26/3, ງານວາງສະແດງທ່ອງທ່ຽວ ແລະ ພັກຜ່ອນບຳລຸງສຸຂະພາບ Ottawa ຄັ້ງທີ 23 ໄດ້ໄຂຂຶ້ນຢູ່ສູນກອງປະຊຸມ Shaw ນະຄອນຫລວງ Ottawa ປະເທດ ການາດາ. ງານວາງສະແດງແມ່ນຫນຶ່ງໃນບັນດາງານຕະຫລາດນັດທ່ອງທ່ຽວປະຈຳປີຢູ່ ພາກພື້ນ ອາເມລິກາເຫນືອ ແລະ ມີຂອບຂະຫນາດໃຫຍ່ສຸດຢູ່ ການາດາ. ງານວາງສະແດງດັ່ງກ່າວແມ່ນເຫດການວັດທະນະທຳເພື່ອໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ແລະ ກໍ່ແມ່ນໂອກາດເພື່ອໃຫ້ນັກທ່ອງທ່ຽວມາຊອກຮູ້ ແລະ ເລືອກເຟັ້ນສະຖານທີ່ທ່ອງທ່ຽວໃຫ້ເໝາະສົມ. ສະຖານທູດຫວຽດນາມ ປະຈຳການາດາ ໄດ້ເຂົ້າຮ່ວມງານວາງສະແດງ ເພື່ອໂຄສະນາກ່ຽວກັບພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ. ຕາມການສະຖິຕິ, ແຕ່ລະປີ ມີປະຊາຊົນການາດາປະມານ 100.000 ຄົນໄປຢ້ຽມຢາມຫວຽດນາມ. ບັນດາການເຄື່ອນໄຫວຄືດັ່ງກ່າວຈະປະກອບສ່ວນດຶງດູດນັກທ່ອງທ່ຽວ ການາດາເວົ້າສະເພາະ ແລະ ອາເມລິກາເຫນືອເວົ້າລວມມາຢ້ຽມຢາມຫວຽດນາມ.