ຫວຽດນາມເຂົ້າຮ່ວມບັນດາວາລະປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 73

(VOVWORLD) - ຫວຽດນາມ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ ໃນວິວັດການສ້າງ ແລະ ປັບປຸງລະບົບກົດໝາຍ ແລະ ການ ປະຕິຮູນດ້ານຕຸລາການໃຫ້ສົມບູນແບບ
ຫວຽດນາມເຂົ້າຮ່ວມບັນດາວາລະປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 73 - ảnh 1ພາບປະກອບ ( THX/TTXVN)

ໃນລະຫວ່າງວັນທີ 8-9 ຕຸລາ, ພາຍໃຕ້ການເປັນປະທານຂອງທ່ານ ປະທານ Gabon, ຄະນະກຳມະການດ້ານນິຕິກຳ ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 73 ໄດ້ຈັດຕັ້ງກອງປະຊຸມໃນຫົວຂໍ້ “ ອຳນາດແຫ່ງກົດໝາຍລະດັບຊາດ ແລະ ສາກົນ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ , ໄດ້ຢັ້ງຢືນວ່າ ອຳນາດແຫ່ງກົດໝາຍ ຢູ່ໃນລະດັບຊາດ ແລະ ສາກົນ ມີບົດບາດສຳຄັນ ແລະ ຈຳເປັນ ໃນການຮັກສາສັນຕິພາບ ສະຖຽນລະພາບ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ປົກປ້ອງສິດທິມະນຸດ. ທ່ານ ເອກອັກຄະລັດຖະທູດ ກໍ່ເນັ້ນໜັກວ່າ  ຫວຽດນາມ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ ໃນວິວັດການສ້າງ ແລະ ປັບປຸງລະບົບກົດໝາຍ ແລະ ການ ປະຕິຮູນດ້ານຕຸລາການໃຫ້ສົມບູນແບບ, ເພີ່ມທະວີອຳນາດແຫ່ງກົດໝາຍ ແລະ ປົກປ້ອງບັນດາສິດພື້ນຖານຂອງມະນຸດ. ຫວຽດນາມ ໄດ້ຕັ້ງໜ້າ ເຂົ້າຮ່ວມຢ່າງ ໃນວິວັດການ ຫັນເປັນລະບົບກົດໝາຍ ແລະ ພັດທະນາ ຄວາມກ້າວໜ້າຂອງ ກົດໝາຍສາກົນ, ແມ່ນໜຶ່ງໃນ 10 ປະເທດທີ່ໃຫ້ສັດຕະຍາບັນສົນທິສັນຍາ ເກືອດຫ້າມອາວຸດນິວເຄຼຍ ຢ່າງໄວກ່ອນໝູ່ ໃນເດືອນ ພຶດສະພາ 2018.

ກ່ອນໜ້ານັ້ນ ວັນທີ 8 ຕຸລາ ຄະນະກຳມະການບັນດາບັນຫາເສດຖະກິດ ແລະ ການເງີນ ຂອງສະມັດຊາໃຫຍ່ສະຫະປະຊາຊາດ, ໄດ້ມີການປຶກສາຫາລືຮ່ວມ ກ່ຽວກັບບັນດາບັນຫາທີ່ນອນໃນໂຄງການເຮັດວຽກຂອງຄະນະກຳມະການ ທີສອງ ທີ່ສະມັດຊາໃຫຍ່ ສປຊ ຊຸດທີ 73. ທີ່ ການປຶກສາຫາລືຮ່ວມ, ທ່ານນາງ ເອກອັກຄະລັດຖະທູດ ຟ້າມທິກິມແອັງ ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ສືບຕໍ່ຊຸກຍູ້ການປະຕິບັດຂໍ້ຕົກລົງ ປາຣີ ໂດຍຜ່ານບັນດາມາດຕະການຄົບຊຸດ, ມີຫົວຄິດປະດິດ ສ້າງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ ສຳລັບການປ່ຽນແປງຂອງດິນຟ້າອາກາດ

ຕອບກັບ

ຂ່າວ/ບົດ​ອື່ນ