ຫວຽດນາມເຂົ້າຮ່ວມເວທີປາໄສການເດີນທະເລອາຊຽນຢູ່ມາເລເຊຍ
ຄະນະຜູ້ແທນເຂົ້າຮ່ວມເວທີປາໄສ
ພາບ:internet
|
(vovworld)- ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວີງ, ຫົວຫນ້າຄະນະຜູ້ແທນຫວຽດນາມໃຫ້ຮູ້ວ່າ: ຫວຽດນາມ ເຂົ້າຮ່ວມເວທີປາໄສການເດີນທະເລ ອາຊຽນ ເພື່ອເພ່ີມທະວີການຊຸກຍູ້ບັນດາຂົງເຂດຮ່ວມມືກ່ຽວກັບທະເລ ຊື່ງປະເທດເຂົ້າຮ່ວມທັງໝົດລ້ວນແຕ່ໄດ້ຮັບຜົນປະໂຫຍດ ກໍຄືປະກອບສ່ວນລວມເຂົ້າໃນສັນຕິພາບ, ສະຖຽນລະພາບຂອງພາກພື້ນ. ທີ່ເວທີປາໄສ, ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ແລະ ປະເທດອື່ນ ໄດ້ເນັ້ນຫນັກຢ່າງແຮງເຖິງການປະຕິບັດຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາກົດໝາຍວ່າດ້ວຍທະເລ, ເນັ້ນຫນັກເຖິງມາດຕະການຮັບປະກັນສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຄວາມປອດໄພການເດີນທະເລຢູ່ພາກພື້ນ ແລະ ຖືວ່າ ນີ້ແມ່ນເງື່ອນໄຂໂດຍພື້ນຖານໃຫ້ແກ່ການເພີ່ມທະວີການຮ່ວມມືໃນຂົງເຂດທະເລກວ່າອີກ.