ຫວຽດນາມເຄົາລົບສິດເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ

ຫວຽດນາມເຄົາລົບສິດເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) - ວັນ​ທີ 29/10, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ​ຕໍ່​ເລື່ອງ​ຫວ່າງ​ແລ້ວ​ນີ້, ອາ​ເມ​ລິ​ກາ​ ໄດ້​ສົ່ງ​ກຳ່​ປັ່ນ​ໄປ​ຜ່ານ​ບາງ​ເຂດ​ທີ່​ຂຶ້ນ​ກັບ​ໝູ່​ເກາະເຈື່ອງ​ຊາ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ:

“​ໂດຍ​ແມ່ນ​ປະ​ເທດ​ທີ່​ມີ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ ຢູ່​ທະ​ເລ​ຕາ​ເວັນ​ອອກ, ທັງ​ແມ່ນ​ສະມາຊິກ​ຂອງ​ສົນທິສັນຍາສະຫະ​ປະຊາ​ຊາດ ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຫວຽດນາມ​ ​ເຄົາລົບ​ສິດ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນຖານ​ບັນດາ​ຂໍ້​ກຳນົດ​ທີ່​ກ່ຽວ​ຂ້ອງ​ຂອງ​ສົນທິສັນຍາ ​ແລະ ​ເໝາະ​ສົມ​ກັບ​ຂໍ້​ກຳນົດ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລກ. ຫວຽດນາມ​ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ເຊິ່ງລວມມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)“.

ຂ່າວ/ບົດ​ອື່ນ