ຫວຽດນາມເຊື່ອໝັ້ນເວເນຊຸເອລາຈະສືບຕໍ່ພັດທະນາຢ່າງໝັ້ນຄົງ

ຫວຽດນາມເຊື່ອໝັ້ນເວເນຊຸເອລາຈະສືບຕໍ່ພັດທະນາຢ່າງໝັ້ນຄົງ - ảnh 1
ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິງ

(vovworld) - ວັນທີ 24/2/2014, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກຂ່າວ​ກ່ຽວກັບ​ສະພາບ​ການ ​ເວ​ເນ​ຊຸ​ເອລາ, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິງ ​ໃຫ້​ຮູ້​ວ່າ :” ເວ​ເນ​ຊຸ​ເອລາ ​​ແມ່ນ​ປະ​ເທດ​ເພື່ອນ​ມິດ​ທີ່​​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ ຫວຽດນາມ ຢູ່​​ ອາ​ເມ​ລິ​ກາ​ລາ​ຕິນ. ຫວຽດນາມ ສະ​ແດງ​ຄວາມສາມັກ​ຄີ​ກັບ​ລັດຖະບານ ​ແລະ ປະຊາຊົນ ເວ​ເນ​ຊຸ​ເອລາ ອ້າຍ​ນ້ອງ ​ແລະ ​ເຊື່ອໝັ້ນວ່າ ເວ​ເນ​ຊຸ​ເອລາ ຈະ​ສືບ​ຕໍ່​ພັດທະນາ​ຢ່າງໝັ້ນຄົງ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ ​ແລະ ຄວາມ​ເປັນ​ລະບຽບທາງ​ດ້ານ​ລັດຖະທຳ​ມະນູນ​ຈະໄດ້ຮັບ​ການ​ຮັກສາ​ໄວ້, ຕອບ​ສະໜອງຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ເວ​ເນ​ຊຸ​ເອລາ ​ແລະ ປະກອບສ່ວນ​​ເຂົ້າ​ໃນ ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ໃນ​​ພາກພື້ນ.”

 

ຂ່າວ/ບົດ​ອື່ນ