ຫວຽດນາມ-ແດນສະຫວັນຂອງການທ່ອງທ່ຽວທະເລ,ໝູ່ເກາະ

ຫວຽດນາມ-ແດນສະຫວັນຂອງການທ່ອງທ່ຽວທະເລ,ໝູ່ເກາະ - ảnh 1
ງານ​ຕະ​ຫຼາດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ​ຫວຽດ​ນາມ ປີ 2016
(ພາບ: baoxaydung)

(vovworld) - ຫວຽດ​ນາມ-ແດນ​ສະ​ຫວັນຂອງ​ການ​ທ່ອງ​ທ່ຽວ​ທະ​ເລ, ໝູ່​ເກາະ, ນີ້​ແມ່ນ​ຫົວ​ຂໍ້​ຂອງ​ງານ​ຕະ​ຫຼາດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ​ຫວຽດ​ນາມ ປີ 2016 (VITM), ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່​່າ​ວັນ​ທີ 13/04, ຢູ່​ຮ່າ​ໂນ້ຍ. VITM 2016 ໄດ້​ຮັບ​ກ​ານ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ດຶງ​ດູດ​ແຂ​ກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ທ່ອງ​ທ່ຽວ​ຢູ່​ຫວຽດ​ນາມ; ທັງ​ແມ່ນ​ເວ​ທີ​ປາ​ໄສ​ວິ​ຊາ​ສະ​ເພາະ​​ເພື່ອໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພົບ​ປະ, ແລກ​ປ່ຽນ ແລະ ເຊື່ອມ​ຕໍ່​ການ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ນຳ​ກັນ. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ຽວ ຫງວຽນ​ງອກ​ທ້ຽນ​, ໃຫ້​ຮູ້​ວ່າ.

        “ດ້ວຍ​ຫົວ​ຂໍ້ ຫວຽດ​ນາມ-ແດນ​ສະ​ຫວັນຂອງ​ການ​ທ່ອງ​ທ່ຽວ​ທະ​ເລ, ໝູ່​ເກາະ, ງານ​ຕະ​ຫຼາດ​​ນັດຄັ້ງ​ນີ້​ໄດ້​ສຸມ​ໃສ່​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ທະ​ເລ, ໝູ່​ເກາະ ເພື່​ອ​ປະ​ກອບ​ສ່ວນ​ຍົກ​ສ​ູງ​ສິ່ງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ລັກ​ສະ​ນະ​ແກ່ງ​ແຍ້ງ​ຂອງ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ, ປະ​ກອບ​ສ່ວນ​ດຶງ​ດູດ​ແຂກ​ທ່ອ​ງ​ທ່ຽວ​ມາ​ຫວຽດ​ນາມ ໃຫ້​ຫຼາຍ​ກວ່າ​ອີກ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ງານ​ຕະ​ຫຼາດ​ນັດ​ຈະ​ເປັນ​ການ​ຢືນ​ຢັນ​ວ່າເຫດ​ການ​ທ່ອງ​ທ່ຽວ​ທີ່​ມີ​ອິດ​ທິ​​ພົນບໍ່​ພຽງ​ແຕ່​ຂອງ​ຫວຽດ​ນາມ​ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ເຫດ​ການ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ​ອີກ​ດ້ວຍ”.

        ​ງານ​ຕະ​ຫຼາດນ​ັດ​ຄັ້ງ​ນີ້​ໄດ້​ດຶງ​ດູດ 25 ວິ​ສາ​ຫະ​ກິດ​ທີ່​ມາ​ຈາກ 25 ປະ​ເທດ ແລະ ເຂດ​ແຄ້ວນ​ຄື​ສ.ເກົາ​ຫຼີ, ໄທ, ຍີ່​ປຸ່ນ, ຫວຽດ​ນາມ… ເຂົ້າ​ຮ່ວມ ແລະ ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 14 – 17/04.

ຂ່າວ/ບົດ​ອື່ນ