ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ຫງວຽນວຽດເກື່ອງ ແລະ ລັດຖະມົນຕີລັດຖະສະພາກະຊວງຮ່ວມມືເສດຖະກິດ ແລະ ພັດທະນາ ເຢຍລະມັນ Hans-Joachim Fuchtel
(ພາບ: Trần Mạnh Hùng/TTXVN)
(vovworld) – ໃນຂອບເຂດ “ວັນເປີດປະຕູ” ບັນດາອົງການລັດຖະບານ ແລະ ກະຊວງ, ຂະແໜງການຂອງ ເຢຍລະມັນ, ວັນທີ 28/8, ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ເຢຍລະມັນ ພ້ອມກັບສະຖານທູດກ່ວາ 40 ປະເທດ ແລະ 50 ອົງການຄູ່ຮ່ວມມືຂອງກະຊວງຮ່ວມມືເສດຖະກິດ ແລະ ພັດທະນາສະຫະພັນເຢຍລະມັນ (BMZ) ໄດ້ເຂົ້າຮ່ວມ “ວັນເປີດປະຕູ” ເຊິ່ງໄດ້ດຳເນີນຢູ່ສຳນັກງານກະຊວງດັ່ງກ່າວທີ່ ແບກແລງ.
ເຂົ້າຮ່ວມ “ວັນເປີດປະຕູ”, ບັນດາສະຖານທູດພ້ອມກັບບັນດາຄູ່ຮ່ວມມືວາງສະແດງຢູ່ທີ່ນີ້ບັນດາໂຄງການ ແລະ ຂໍ້ລິເລີ່ມຮ່ວມມືພັດທະນາກໍ່ຄືແນະນຳກ່ຽວກັບຈຸດທີ່ເປັນເອກະລັກສະເພາະກ່ຽວກັບວັດທະນະທຳປະເທດຊາດ ແລະ ປະຊາຊົນປະເທດຕົນ. ຫົວຂໍ້ຕົ້ນຕໍຂອງປີນີ້ໄດ້ສຸມໃສ່ເຂົ້າ 17 ຈຸດໝາຍໃນທົ່ວໂລກ ແລະ ພັດທະນາແບບຍືນຍົງໂດຍ ສປຊ ຮັບຮອງເອົາໃນ “ໂຄງການດຳເນີນງານ 2030”. ໃນການເຂົ້າຮ່ວມ “ວັນເປີດປະຕູ” 4 ຄັ້ງຢ່າງລຽນຕິດຢູ່ BMZ, ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ຈັດຕັ້ງງານວາງສະແດງບາງຮູບພາບກ່ຽວກັບການຮ່ວມມືພັດທະນາ ຫວຽດນາມ - ເຢຍລະມັນ ໃນຊຸມປີຜ່ານມາ ແລະ ສະແດງບັນດາບົດເພງພື້ນເມືອງເພື່ອແນໃສ່ແນະນຳເຖິງເພື່ອນມິດ ເຢຍລະມັນ ຈຸດວັດທະນະທຳທີ່ເປັນມູນເຊຶ້ອຂອງ ຫວຽດນາມ.