ຫວຽດນາມແມ່ນເພ່ືອນມິດ,ເປັນປະເທດບ້ານໃກ້ເຮືອນຄຽງສະໜິດສະໜົມກັບປະຊາຊົນກຳປູເຈຍ
(ທ່ານປະທານປະເທດ ເຈືອງເຕີນຊາງ
ພົບປະກັບພະມະຫາກະສັດ ໂນໂຣດົມ ສີຫາໂມນີ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານປະທານປະເທດ ເຈືອງເຕີນຊາງ, ວັນທີ 19/10, ພະບາດສົມເດັດພະບໍລົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດແຫ່ງລາຊະອານາຈັກກຳປູເຈຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ, ໃນລະຫວ່າງວັນທີ 19 – 22/10. ຕອນບ່າຍວັນທີ 19/10, ຢູ່ນະຄອນເຫ້ວ, ແຂວງ ເທື່ອທຽນເຫ້ວ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະຢ່າງສະໜິດສະໜົມກັບພະມະຫາກະສັດ ໂນໂຣດົມ ສີຫາໂມນີ. ນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ, ຍາມໃດພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງຕໍ່ເລື່ອງປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບກຳປູເຈຍ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ສ່ວນພະມະຫາກະສັດກຳປູເຈຍ ໂນໂຣດົມ ສີຫາໂມນີ ກໍເນັ້ນໜັກວ່າ: ຫວຽດນາມ ແມ່ນເພື່ອນມິດທີ່ສຳຄັນ, ເປັນປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມຂອງປະຊາຊົນກຳປູເຈຍ; ປະຊາຊົນ ກຳປູເຈຍ ໄດ້ຕີລາຄາສູງການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ປະຊາຊົນກຳປູເຈຍ ໃນບັນດາໄລຍະພັດທະນາ. ພະມະຫາກະສັດກຳປູເຈຍ ຢືນຢັນວ່າ, ຈະສືບຕໍ່ເພີມພູນຄູນສ້າງໃຫ້ນ້ຳໃຈສາມັກຄີ, ການພົວພັນມິດຕະພາບບໍລິສຸດຜຸດຜ່ອງ, ການຮ່ວມມືອັນດີງາມ ແລະ ໝັ້ນຄົງຂະໜົງແກ່ນລະຫວ່າງ 2 ຊາດອ້າຍນ້ອງກຳປູເຈຍ - ຫວຽດນາມ ຈົນຊົ່ວກາລະນານ.