ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືອັນດັບໜຶ່ງຂອງອົງການພັດທະນາຝຣັ່ງ

ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືອັນດັບໜຶ່ງຂອງອົງການພັດທະນາຝຣັ່ງ - ảnh 1
ຄະນະຜູ້ແທນ AFD ໄປຢ້ຽມຢາມໂຮງງານແຫ່ງໜຶ່ງຂອງ ຫວຽດນາມ

(vovworld) – ​​ວັນ​ທີ 17/6,  ຢູ່​ຮ່າ​​ໂນ້ຍ, ອົງການ​ພັດທະນາ ຝຣັ່ງ (AFD) ສະ​ເຫຼີ​ມສະຫຼອງ 20 ​ປີ​ແຫ່ງ​ວັນ​ມີໜ້າ​ຢູ່ ຫວຽດນາມ. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ອົງການ​ພັດທະນາ ຝຣັ່ງ ສະຫລຸບ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ AFD ຢູ່ ຫວຽດນາມ ​ໃນ​ປີ 2013 ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ AFD ຢູ່ຫວຽດນາມ. ຫວຽດນາມ ​ແມ່ນ​ປະ​ເທດ​ຄູ່​ຮ່ວມ​ມື​ອັນ​ດັບ 2 ຂອງ AFD ​ໃນ​ທົ່ວ​ໂລກ, ດ້ວຍ​ລະດັບ​​ເງິນ​ລົງທຶນ 1,5 ຕື້​ເອີ​ໂຣ. AFD ມີໜ້າ​ຢູ່ ຫວຽດນາມ ນັບ​ແຕ່​ປີ 1994 ​ແລະ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ອຸປະ​ຖຳ​ເງິ​ນກ່ວາ 1,5 ຕື້​ເອີ​ໂຣ. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຂອງ AFD, ດ້ວຍ 75 ​ໂຄງການ​ເຊິ່ງ AFD ອຸປະຖຳ​ ​ໃນ​ຫຼາຍ​ຂົງ​ເຂດ​. ປະຈຸ​ບັນ, ຍຸດ​ທະ​ສາດ​ຂອງ AFD ສຸ​ມ​ໃສ່​ເຂົ້າ​ໃນ 3 ກຳນົດ​ທິດ​ຄື: ພັດທະນາ​ຕົ​ວ​ເມືອງ​ແບບ​ຍືນ​ຍົງ, ໜູນ​ຊ່ວຍ​ໃຫ້​ບັນດາ​ຂົງ​ເຂດຜະລິດ​ຕາມ​ແບບ​ວິທີ​ຮັບປະກັນ​ຄວາມ​ຮັບຜິດຊອບ​ສັງຄົມ ​ແລະ ສິ່ງ​ແວດລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ປີ 2013, AFD ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ 146 ລ້ານ ​ເອີ​ໂຣຢູ່ ຫວຽດນາມ ​ໃຫ້​ບັນດ​າ​ໂຄງການ​ໃນ​ບັນດາ​ຂົງ​ເຂດ​ການ​ເງິນ​ມະ​ຫາ​ພາກ, ພັດທະນາ​ຕົວ​ເມື​ອງ, ພື້ນຖານ​ໂຄງ​ລ່າງ​ເຂດ​ຊົນນະບົດ, ສິ່ງ​ແວດ​ລ້ອມ ​ແລະ ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.


ຂ່າວ/ບົດ​ອື່ນ