ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ເຈລະຈາກັບທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ
(ພາບ: VGP)
(vovworld)-ຕອນບ່າຍວັນທີ 16/7, ຢູ່ສຳນັກງານຫ້ອງວ່າການລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ ແລະ ຄະນະຜູ້ແທນຈີນ. 2 ຝ່າຍເຫັນດີເປັນເອກະສັນປະຕິບັດບັນດາມາດຕະການ ເພື່ອແນໃສ່ຍູ້ແຮງການຮ່ວມມືຢ່າງແທດຈິງພ້ອມກັນມີຜົນປະໂຫຍດໃນທຸກຂົງເຂດ, ນຳການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດພັດທະນາຢ່າງໝັ້ນຄົງ ແລະ ປອດໄສ; ຕັ້ງໜ້າຄົ້ນຄ້ວາ, ແລກປ່ຽນກ່ຽວກັບການກໍ່ສ້າງບັນດາເຂດຮ່ວມມືເສດຖະກິດຜ່ານຊາຍແດນຫວຽດນາມ-ຈີນ; ສົມທົບກັນແກ້ໄຂບັນດາຂໍ້ຕິດຂັດໃນບັນດາໂຄງການຮ່ວມມືຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຫວຽດ
ນາມ ຫງວຽນຊວນຟຸ໋ກ ຕີລາຄາສູງເລື່ອງຈີນ ຢືນຢັນວ່າ ຈະສືບຕໍ່ນຳເຂົ້າບັນດາປະເພດສິນຄ້າກະສິກຳ, ປ່າໄມ້, ສິນໃນນ້ຳຂອງຫວຽດນາມ ແລະ ໜູນຊ່ວຍຫວຽດນາມ ໃນບາງໂຄງການກ່ຽວກັບພື້ນຖານໂຄງລ່າງ, ພັດທະນາສາທາລະນະສຸກ-ການສຶກສາຢູ່ບັນດາແຂວງຊາຍແດນ…
ກ່ຽວກັບເລື່ອງທະເລຕາເວັນອອກ, 2 ຝ່າຍເຫັນດີເປັນເອກະສັນປະຕິບັດບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ພັກ, 2 ລັດ ກ່ຽວກັບເລື່ອງຄວບຄຸມຄວາມບໍ່ລົງລອຍກັນບົນທະເລເປັນຢ່າງດີ, ບໍ່ມີການກະທຳໃດໆເຮັດໃຫ້ສະພາບບົນທະເລສັບສົນ ແລະ ການຂັດແຍ້ງກັນເພີ່ມຂຶ້ນ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ປະຕິບັດ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນດາບັນຫາບົນທະເລ ຫວຽດນາມ-ຈີນ” ແລະ ປະຕິບັດ “ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ” (DOC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ພ້ອມກັບບັນດາປະເທດສະມາຊິກອາຊຽນ ປະຕິບັດສຳເລັດການສ້າງ “ປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ” (COC) ໂດຍໄວ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ພ້ອມກັນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບບົນທະເລ; ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມື, ການຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ໃຫ້ພັດທະນາຢ່າງປອດໄສ ແລະ ໝັ້ນຄົງ.
ພາຍຫຼັງການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸ໋ກ ແລະ ທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ ໄດ້ເປັນສັກຂີພິຍານພິທີລົງນາມໃນ “ແຜນການປະຕິບັດສັນຍາວັດທະນາທຳລະຫວ່າງລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ລັດຖະບານແຫ່ງສາທາລະນະລັດປະຊາຊົນຈີນ ໄລຍະ 2016-2018”.